ໄທ​​ປິດ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ​ເນື່ອງ​ຈາກ​ເປັນ​ລະ​ດູ​ຝົນ
2017-05-18 14:37:42  cri 
ຕາມ​ຂ່າວ​ສານ​ຈີນ: ​ເນື່ອງ​ຈາກ​ໄລ​ຍະ​ນີ້​ແມ່ນ​ລະ​ດູ​ຝົນ ແລະ​ເກີດ​ຝົນ​ຕົກຫຼາຍ​ມື້​ຕໍ່​ເນື່ອງ​ຢູ່ຫຼາຍ​ທ້ອງ​ຖິ່ນ​ຂອງ​ໄທ​, ປະ​ເທດ​ດັ່ງ​ກ່າວ​ຈິ່ງໄດ້​ປິດ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງຫຼາຍ​ແຫ່ງ​ເປັນ​ເວ​ລາຫຼາຍ​ເດືອນ ເພື່ອ​ບໍ່​ໃຫ້​ເກີດ​ອຸ​ບັດ​ເຫດ​ດ້ານ​ການ​ທ່ອງ​ທ່ຽວ.
​ກົມ​ອຸ​ຕຸ​ນິ​ຍົມ​ໄທ​ເປີດ​ເຜີຍ​ວ່າ, ນັບ​ແຕ່​ວັນ​ທີ 16 ເດືອນ​ນີ້​ເປັນ​ຕົ້ນ​ໄປ, ໄທ​ໄດ້​ເຂົ້າ​ສູ່​ລະ​ດູ​ຝົນ​ເຕັມ​ໂຕ ໂດຍຄາດ​ວ່າ​ລະ​ດູ​ຝົນ​ຈະ​ແກ່​ຍາວ​ໄປ​ຮອດ​ເດືອນ​ຕຸ​ລາ​, ສ່ວນ​ຢູ່ພາກ​ໃຕ້ ໂດຍ​ສະ​ເພາະ​ເຂດ​ຝັ່ງ​​ທະ​ເລ​ຕ​າ​ເວັນ​ອອກ​ຈະ​ແກ່​ຍາວ​ໄປ​ຈົນ​ເຖິງ​ເດືອນທັນ​ວາ.

​ເນື່ອງ​ຈາກ​ໃນ​ລະ​ດູ​ຝົນ​ກໍ​ມັກ​ເກີດ​ພາ​ຍຸ​ໄຕ້​ຝຸ່ນ​ເລື້ອຍໆ ແລະເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ ກໍ​ຄືເພື່ອ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ໄທ​​ໄດ້ຕົກ​ລົງ​ປິດເຂດ​ປ່າ​ສະ​ຫງວນແຫ່ງ​ຊາດຫຼາຍ​ແຫ່ງ​ແຕ່​ວັນ​ທີ 16 ເດືອນ​ນີ້​ເປັນ​ຕົ້ນ​ໄປ ແລະ​​ເປັນ​ເວ​ລາ 5 ເດືອນ ​ລວມ​ທັງ​ອຸ​ທິ​ບານແຫ່ງ​ຊາດ​ໝູ່​ເກາະ​ສະ​ມີ​ລາ ທີ່​​ມີ​ສາຍ​ຍາເປັນ "ສະ​ຫວັນ​ດຳ​ນ້ຳ", ​ອຸ​ທິ​ຍານແຫ່ງ​ຊາດ​​ແຂວງ​ສຸ​ຣິນ, ​ອຸ​ທິ​ຍານ​ແຫ່ງ​ຊາດ​ໝູ່​ເກາະ​ລັນ​ຕາ, ​ອຸ​ທິ​ຍານ​ເກາະ​ຕາ​ຣຸ​ເຕົາ, ​ເກາະ​ລຶບ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ