ລາຍ​ຮັບ​ຈາກລະ​ບົບ​ນຳ​ທາງ​ຜ່ານ​ດາວ​ທຽມ​ເປີຍ​ໂຕ ກວມ 70% ຂອງ​ມູນ​ຄ່າ​ການ​ຜະ​ລິດ​​ຕົ້ນ​ຕໍ
2017-05-18 16:19:54  cri 
    "ປຶ້ມ​ປົກ​ຂາວ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ນຳ​ທາງ​ຜ່ານ​ດາວ​ທຽມ​ແລະ​ການ​ບໍ​ລິ​ການ​ທີ່​ຕັ້ງ​ຈີນ" ໄດ້​ເຜີຍ​ແຜ່​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 17 ພຶດ​ສະ​ພານີ້ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2016 ຜ່ານ​ມາ, ມູນ​ຄ່າ​ການ​ຜະ​ລິດ​ຂະ​ແໜງ​ການ​ນຳ​ທາງ​ຜ່ານ​ດາວ​ທຽມ​ແລະ​ການ​ບໍ​ລິ​ການ​ທີ່​ຕັ້ງ​ຂອງ​ຈີນ ໄດ້​ບັນ​ລຸ​ເຖິງ 211 ຕື້ 800 ລ້ານຢວນ ​ໂດຍ​ເພີ່ມ​ຂຶ້ນ 22,06% ເມື່ອ​ທຽບ​ໃສ່​ປີ 2015. ໃນ​ນັ້ນ, ມູນ​ຄ່າ​ການ​ຜະ​ລິດ​ຕົ້ນ​ຕໍ​ຂອງ​ຂະ​ແໜງ​ການ​ຕ່າງໆ ຄື ຊິບ, ວິ​ທີ​ຄິດ​ໄລ່, ຂໍ້​ມູນ​ນຳ​ທາງ, ເຄື່ອງ​ເທີ​ມີ​ໂນ ແລະ​ອື່ນໆ​ທີ່​ພົວ​ພັນ​ເຖິງ​ເຕັກ​ນິກ​ນຳ​ທາງ​ຜ່ານ​ດາວ​ທຽມ​ໂດຍ​ກົງ​ນັ້ນ ໄດ້​ບັນ​ລຸ 80 ຕື້ 800 ລ້ານຢວນ ເຊິ່ງກໍ​ໝາຍ​ຄວາມ​ວ່າ, ອັດ​ຕາ​ການ​ປະ​ກອບ​ສ່ວນ​ຂອງ​ລະ​ບົບ​ນຳ​ທາງ​ຜ່ານ​ດາວ​ທຽມ​ເປີຍ​ໂຕ ໄດ້​ບັນ​ລຸ​ເຖິງ 70% ແລະຈາກນີ້ ​ຈຶ່ງເຮັດ​ໃຫ້​ໂປ​ຣແກຣມ​ທີ່​ນຳ​ໃຊ້​ດາວ​ທຽມ​ເປີຍ​ໂຕ ໄດ້​ກາຍ​ເປັນ​ແຜນ​ການ​ຕົ້ນ​ຕໍ​ໃນ​ຕະຫຼາດ​ຂະ​ແໜງ​ການ​ແລະ​ຕະຫຼາດ​ພິ​ເສດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ