ທ່ານ ຄາ​ເຢ​ທາ​ໂນ ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ
2017-05-18 16:24:47  cri 
    ຕອນ​ເຊົ້າ​ວັນ​ທີ 17 ພຶດ​ສະ​ພານີ້, ກຳ​ມາ​ທິ​ການ​ແຕ່ງ​ຕັ້ງ​ຂອງ​ສະ​ພາ​ແຫ່ງ​ຊາດ​ຟິ​ລິບ​ປິນ ໄດ້​ຮັບ​ຮອງ​ຍັດ​ຕິ​ແຕ່ງ​ຕັ້ງ​ທ່ານ ອາ​ລັນ ປີ​ເຕີ ຄາ​ເຢ​ທາ​ໂນ ສະ​ມາ​ຊິກ​ສ​ະ​ພາ​ສູງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ດ້ວຍ​ຄະ​ແນນ​ສຽງ​ຖ້ວມ​ທົ້ນຫຼັງ​ໄດ້​ຮັບ​ການ​ສະ​ເໜີ​ໂດຍ​ທ່ານ ໂຣ​ດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ ແລະ​ຈາກນີ້ ທ່ານ ຄາ​ເຢ​ທາ​ໂນ ຈະ​ດຳ​ລົງ​ຕຳ​ແໜ່ງ​ດັ່ງ​ກ່າວ​ ຢ່າງ​ເປັນ​ທາງ​ການນັບແຕ່ມື້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ.

    ພາຍຫຼັງ​ທ່ານ ດູ​ເຕີ​ເຕ ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ເມື່ອເດືອນ​ມິ​ຖຸ​ນາ​ປີຜ່ານ​ມາ, ທ່ານ​ໄດ້​ແຕ່ງ​ຕັ້ງ​ທ່ານ ເພີ​ເຟັກ​ໂຕ ຢາ​ໄຊ ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ແຕ່ເນື່ອງ​ຈາກ​ປີນີ້ ສະ​ພາ​ແຫ່ງ​ຊາດ​ເລີ່ມກວດ​ກາ​ຄຸນ​ວຸດ​ທິຂອງ​ທ່ານ​ຢາ​ໄຊ ແລ້ວ​ຈຶ່ງ​ບໍ່​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ທ່ານ​ຍ້ອນການ​ປິດ​ບັງ​ສັນ​ຊາດ​ເດີມ​ຄື​ເປັນ​ຄົນອາ​ເມ​ລິ​ກາໃນ​ເດືອນ​ມີ​ນາ​ຜ່ານ​ມາ. ຈາກນັ້ນ​ໃນວັນ​ທີ 10 ພຶດ​ສະ​ພານີ້, ທ່ານ ດູ​ເຕີ​ເຕ ຈຶ່ງ​ປະ​ກາດ​​ແລະ​ລົງ​ນາມແຕ່ງ​ຕັ້ງ ທ່ານ ຄາ​ເຢ​ທາ​ໂນ ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ