ໄທ​ຈີນ​ຊຸກ​ຍູ້​ການ​ຮ່ວມ​ມືດ້ານສິ​ລະ​ປະ​ວັດ​ທະ​ນະ​ທຳ
2017-05-18 16:44:11  cri 
​    ຫວ່າງມໍ່ໆ​ມານີ້, ທ່ານ ກິດ​ຊະ​ຍະ​​ພົງ ສີິຣິ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ໄທ ໄດ້​ພົບ​ປະ​ກັບ​ທ່ານ ຊ້າຍ​ອູ ປະ​ທານ​ຄະ​ນະ​ກຳ​ມະ​ການ​ກອງ​ທຶນ​ສິ​ປະ​ລະ​ແຫ່ງ​ຊາດ​ຈີນ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ຈີນ​ໃນ​ໂອ​ກາດຢ້ຽມ​ຢາມ​ປະ​ເທດ​ຂອງ​ຕົນ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ກິດ​​ຊະ​ຍະ​ພົງ ກ່າວ​ວ່າ, ໄທ​ຈີນ​ລ້ວນ​ແຕ່​ຫວັງ​​ຈະ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ສິ​ລະ​ປະ​ວັດ​ທະ​ນະ​ທຳໃຫ້ຫຼາຍກວ່າ​ເກົ່າ​ໃນ​ອະ​ນາ​ຄົດ ໂດຍປະ​ເທດ​ຕົນ​ຈະ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍຂອງ​ທ່ານ ປ​ຣະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ທ່ານ ວິ​ຣະ ໂຣດ​ພົດ​ຈະ​ນະ​ລັດ ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ ທີ່​ເນັ້ນປົກ​ປັກ​ຮັກ​ສາ​ແລະ​ຟື້ນ​ຟູ​ຄວາມຫຼາກຫຼາຍ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ເປັນ​ວັດ​ຖຸ, ຮີດ​ຄອງ​ປະ​ເພ​ນີ​ທ້ອງ​ຖິ່ນ ແລະ​ສິ​ລະ​ປະ​ວັດ​ທະ​ນະ​ທຳໄທ . ຂະ​ນະ​ດຽວ​ກັນ​ກໍ​ຈະຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ປະ​ເທດ​ອ້ອມ​ຂ້າງ, ພາກ​ພື້ນ ກໍ​ຄື​ທົ່ວ​ໂລກ ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​​ທາງ​ເສດ​ຖະ​ກິດໃຫ້​ເຂັ້ມ​ແຂງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ