ຈີນ-ຟີ​ລິບ​ປິນ​ສາ​ມາດ​ຮ່ວມ​ກັນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ໄດ້
2017-05-19 11:16:37  cri 
ຕາມ​ຂ່າວລາຍ​ງານ​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ,ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ສະ​ແດງ​ຄວາມ​ມຸ່ງ​ຫວັງ​ຮ່ວມ​ກັບຈີນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ຢູ່​ເຂດ​ທະ​ເລ​ກ່ຽວ​ຂ້ອງ​ໃນ​ທະ​ເລ​ຈີນ​ໃຕ້.​ດ້ວຍ​ຄວາມ​ມຸ່ງ​ຫວັງ​ດັ່ງ​ກ່າວ,ທ່ານຫຼິວ​ເຈີ້ນ​ມິນ ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນກໍ​ໄດ້​ຢືນ​ຢັນ​ໃນ​ວັນ​ທີ 18 ພຶດ​ສະ​ພາ​ນີ້​ຢູ່​ເມືອງ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່ວວ່າ: ຈີນ​ມີ​ຈຸດ​ຢືນ​​ຢ່າງຈະ​ແຈ້ງ​ມາ​ໂດຍ​ຕະຫຼອດ​​ຕໍ່ບັນ​ຫາ​ດັ່ງ​ກ່າວໂດຍ​ຫວັງ​ວ່າ ກ່ອນ​​ຈະ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທາງ​ທະ​ເລ​ນັ້ນ, ​ຈີນ-ຟີ​ລິບ​ປິນສາ​ມາດ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຈຳ​ນວນ​ໜຶ່ງ ແລະ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ສອງ​ປະ​ເທດ​​ກໍເປັນ​ຜົນ​ປະ​ໂຫຍດ​ຕໍ່​​ສອງ​ຝ່າຍ.

ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວຫຼັງ​ກອງ​ປະ​ຊຸມ​ຈີນ-ອາ​ຊຽນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້​ຄັ້ງ​ທີ 14 ແລະ​ກອງ​ປະ​ຊຸມ​ໜ່ວຍ​ງານ​ປະ​ສົມ​ຄັ້ງ​ທີ 21 ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ກຸ້ຍ​ຢາງໃນ​ວັນ​ທີ 18 ພຶດ​ສະ​ພາ​ນີ້, ທ່ານຫຼິວ​ເຈິ້ງ​ມິນຢືນ​ຢັນ​ວ່າ ກອງ​ປະ​ຊຸມ​ກົນ​ໄກ​ປຶກ​ສາ​ຫາ​ລື​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້ແລະ​ຖື​ວ່ານີ້​ເປັນ​​ໜຶ່ງກົນ​ໄກ​ໃນ​ການ​ປຶກ​ສາ​ຫາ​ລື​ເປັນ​ປະ​ຈຳ ເຊິ່ງ​ມີ​ຂອບ​ເຂດກວ້າງ​ຂວາງ​ທີ່​ສຸດ​ໂດຍ​ຈະ​ກວມ​ເອົາ​ບັນ​ຫາ​ທາງ​ທະ​ເລ​ທັງ​ໝົດ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ ​ລວມ​ທັງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ທະ​ເລ​​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ