ປຶກ​ສາ​ຫາ​ລືການ​ລົງ​ທຶນ​ແລະ​ການ​ຄ້າ​ຂ້າມ​ຊາດໄທ​ຢູ່​ບາງກອກ
2017-05-19 11:32:48  cri 
ການ​​ປຶກ​ສາ​ຫາ​ລືການ​ລົງ​ທຶນ​ແລະ​ການ​ຄ້າ​ຂ້າມ​ຊາດ​ໄທ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​​ປະ​ເທດໄທ​ໃນ​ວັນ​ທີ 18 ພຶດ​ສະ​ພາ​ນີ້​ໂດຍ​ຜູ້​ຕາງ​ໜ້າ​ຈາກ 300 ກວ່າ​ວິ​ສາ​ຫະ​ກິດ​ຈີນ​ແລະ​ໄທ​ເຂົ້າ​ຮ່ວມ.

ທ່ານ​ສົມ​ຄິດ​ຈາ​ຕຸ​​ສີ​ພິ​ທັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ: "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ບໍ່​ພຽງ​ແຕ່​ເປັນ​ເສັ້ນ​ທາງ​ເສດ​ຖະ​ກິດ​ທີ່​ເຊື່ອມ​ຕໍ່​ບັນ​ດາ​ປະ​ເທດ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ເສັ້ນ​ທາງ​ເຊື່ອມ​ຈອດ​ລະ​ຫວ່າງ​ປະ​ຊາ​ຊົນ​ກັບ​ປະ​ຊາ​ຊົນ ເຊິ່ງ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​​ມາ​ໃຫ້​ທົ່ວ​ອາ​ຊີ​ກໍ​ຄື​ທົ່ວ​ໂລກ ແລະ​ໄທ​ຫວັງ​ ຖື​ເອົາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ເຊື່ອມ​ຕໍ່​ກັບ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ການ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ນີ້​ຍ່ອມ​ຈະ​ນຳ​ເອົາ​ໂອ​ກາດຫຼວງຫຼາຍ​​ໃຫ້​ແກ່​ວິ​ສາ​ຫ​ະ​ກິດ​ໄທແລະ​ຈີນ ແລະ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​​ເຂົ້າ​ມາລົງ​ທຶນ​ຢູ່​ໄທເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ.

​ທ່ານຫຼິວ​ສຽງ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານຈີນ​ຢືນ​ຢັນ​ວ່າ ປັດ​ຈຸ​ບັນ, ຈີນ​ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍຫຼາຍກວ່າ 50 ລ້ານ​​ຫົວ​ໜ່ວຍ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກGDP ທົ່ວ​ປະ​ເທດກ​ວມ 60% ​ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃນ​ຕົວ​ເມືອງ 80%. ຂະ​ນະ​ທີ່​ໄທ​ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍເກືອບ 3 ລ້ານຫົວ​ໜ່ວຍ ເຊິ່ງ​ສາ​ມາດ​ສ້າງວຽກ​ເຮັດ​ງານ​ທຳ​ໄດ້​ເຖິງ 70% ເຊັ່ນ​ກັນ. ຈາກ​ນີ້, ທັງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ສອງ​ປະ​ເທດ​ມີ​​ຄວາມຈຸນ​ເຈືອ​ກັນ​ຫຼາຍ ຈິ່ງ​​ເປັນ​ທ່າ​ແຮງ​ບົ່ມ​ຊ້ອນ​ແລະ​ພື້ນ​ຖານ​ໃນ​ການ​ຮ່ວມ​ມື. ທະ​ນາ​ຄານ​ຈີນ​ຍິນ​ດີ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ໃນ​ທົ່ວ​ໂລກ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ຂ້າມ​ຊາດ.

ໃນ​ການ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ, ​ທະ​ນາ​ຄານ​ຈີນ​ໄດ້​ເຊັ​ນ​ສັນ​ຍາ​ກັບ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ລົງ​ທຶນ​ໄທ,ສະ​ພາ​ການ​ຄ້າ​ຊາວ​ຈີນ​​ຕ່າງ​ດ້າວຂອງ​ໄທ​ແລະ​ອົງ​ການ​ອື່ນໆ.ນອກ​ນີ້, ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ຈີນ-ໄທ​ທີ່​ຮ່ວມ​ປະ​ຊຸມ​ກໍ​ໄດ້​​ຈັດ​ການ​ປຶກ​ສາ​ຫາ​ລື​​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ