ອິນ​ໂດ​ເນ​ເຊຍ​ວາງ​ແຜ​ນ​ສ້າງ 10 ເກາະ​ບາຫຼີ​ໃໝ່ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ
2017-05-19 14:48:16  cri 
ໂອ​ກາດນຳ​ສະ​ເໜີ​ການ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຟູ​ໂຈ່ວ ແຂວງ​ຟູ​ຈ້ຽງ ສ​ປ ຈີນ​ໃນ​ວັນ​ທີ 18 ພຶດ​ສະ​ພາ​ນີ້, ອິນ​ໂດ​ເນ​ເຊຍ​ໄດ້​ນຳ​ສະ​ເໜີ​ແຜນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ດ້ວຍ​ການ "ສ້າງ​ 10 ເກາະ​ບາຫຼີ​ໃໝ່"​ຂຶ້ນ​ຫວັງ​ສ້າງໂອ​ກາດ​ໃໝ່​ຢ່າງ​ຕໍ່​ເນື່ອງ​ຈາກ​ການ​ຮ່ວມ​ມື​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ-ຈີນ​ໃນ​ດ້ານ​ຕ່າງໆ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ.

ທ່ານ​ເສິນ​ລິນ ຜູ້​ຕາງ​ໜ້າ​ກະ​ຊວງ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຈີນ​ຢືນ​ຢັນ​ວ່າ ເພື່ອ​ຫຼຸດຜ່ອນສະ​ພາບເກີນ​ຄວາມ​ສາ​ມາດ​ຮອງ​ຮັບນັກ​ທ່ອງ​ທ່ຽວ​ຂອງ​ເກາະ​ບາຫຼີ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແຫຼ່ງ​ທ່ອງ​ທ່ຽວ​ອື່ນໆ,ປະ​ເທດ​ຕົນກຳ​ລັງ​ສຸມ​ໃສ່​ພັດ​ທະ​ນາ 10 ແຫຼ່ງ​ທ່ອງ​ທ່ຽວ​ເປັນ​ຕົ້ນ ພູ​ ໄຟ​ໂບ​ຣ​ໂມ ແຂວງ​ຊາ​ວາ​ຕາ​ເວັນ​ອອກ, ໜອງ​ໂຕ​ບາ​ແຂວງ​ຊຸ​ມາດ​ຕາ​ເໜືອ, ໝູ່​ເກາະ​ຄູ​ຣິ​ວຈາ​ກາ​ຕາ​ເໜືອ,ວັດ​ໂບ​ໂຣ​ບູ​ໂດແຂວງ​ຊາ​ວາ​ກາງ​ແລະ​ອື່ນໆ. ໂດຍ​ແຕ່​ລະ​ແຫ່ງສ​ວຍ​ງາມ​ຄື​ເກາະ​ບາຫຼີ​ແຕ່​ຜ່ານ​ມາ​ບໍ່​ທັນ​ໄດ້​ພັດ​ທະ​ນາ​​ເທື່ອ​ແລະ​ການ​ພັດ​ທະ​ນາ​ນັ້ນ​ຈະ​ໄປ​ຕາມ​ຄວາມ​ເປັນ​ ເອ​ກະ​ລັກ​ພິ​ເສດ​ຂອງ​ແຕ່​ລະແຫຼ່ງ​ທ່ອງ​ທ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ