ພູ​ທຽນ​ຖາຍ​ແຂວງ​ເຈີ້​ຈ່ຽງກັບ​ມາ​ມີ​ຊີ​ວິດ​ຊີ​ວາຄືນ​ໃໝ່
2017-05-19 16:53:10  cri 

ຫຼັງ​ບົກ​ແຫ້ງ​ມາ​ເປັນ​ເວ​ລາ 60 ປີ,ໃນ​ທີ່​ສຸດ, ນ້ຳ​ຕົກ​ຕາດ​ໃຫຍ່ພູ​ທຽນ​ຖາຍ​ກໍ​ເກີດ​ສາຍ​ນ້ຳ​ຢ່າງ​ມີ​ຊີ​ວິດ​ຊີ​ວາຄືນ​ໃໝ່​ໃນວັນ​ທີ 18 ພຶດ​ສະ​ພາ​ນີ້​ໂດຍ​ນ້ຳ​ຕົກ​ຕາດ​ນີ້​ຕັ້ງ​ຢູ່​ເມືອງ​ທຽນ​ຖາຍ​ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ.ເມື່ອ​ເຫັນ​ແລ້ວເໝືອນ​ດັ່ງ​ຜ້າໄໝ​ຂາວ​ຜືນ​ໃຫຍ່​​ທີ່ປິວ​ຕາມ​ສາຍ​ລົມ​ປະ​ສົມ​ປະ​ສານ​ກັບ​ຄວາມ​ຂຽວ​ງາມ​ຂອງ​ບັນ​ດາ​ພູ​ນ້ອຍ​ໃຫຍ່​ແລ້ວ​ມັນ​ຊ່າງ​ສວຍ​ງາມ​ປານ​ຮູບ​ແຕ້ມ. ນ້ຳ​ຕົກ​ຕາດ​​ທຽນ​ຖາຍ​ສູງ 285 ແມັດ​ແລະ​ມີບ່ອນ​ທີ່ກວ້າງ​ສຸດ 90 ແມັດ, ເປັນ​ນ້ຳ​ຕົກ​ຕາດ​ໃຫຍ່​​ອັນ​ດັບ​ໜຶ່ງ​ຢູ່​ພາກ​ຕາ​ເວັນ​ອອກ​ຈີນ. ຊຸມ​ປີ 1950, ເນື່ອງ​ຈາກ​ຕ້ອງ​ໄດ້​ກໍ່​ສ້າງ​ຊົນ​ລະ​ປະ​ທານ ຈິ່ງ​ເຮັດ​ໃຫ້​ນ້ຳ​ທີ່​ເຄີຍ​ໄຫຼກໍບົກ​ແຫ້ງ​. ​ແນວ​ໃດ​ກໍ​ດີ, ຄາດ​ວ່າ ອີກ 3 ປີ, ໂຄງ​ການ​ກໍ່​ສ້າງ​ນ້ຳ​ຕົກ​ຕາດ​ດັ່ງ​ກ່າວ​ຈະສຳ​ເລັດ 100%. ຂະ​ນະ​ທີ່ປັດ​ຈຸ​ບັນ, ການ​ປັບ​ປຸງ​ແລວ​ນ້ຳ​ຕົກ​ແລະ​ເສັ້ນ​ທາງ​ທ່ຽວ​ຊົມ​ນ້ຳ​ຕົກ​ຕາດ​ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ​ແລ້ວ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ