ປະ​ຊາ​ຊົນ​ຈີນ​ທີ່​ໄປ​ປິ່ນ​ປົວ​​ຢູ່​ໄທ​​ໄດ້​ຮັບ​ການ​ຍົກ​ເວັ້ນ​ວີ​ຊາ​
2017-05-19 17:04:49  cri 
ຫວ່າງ​ມໍ່ໆ​ມາ​ນີ້, ໄທ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ທີ່​ໄປ​ປິ່ນ​ປົວ ເພື່ອເປັນ​ສ່ວນ​ສຳ​ຄັນ​ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ແກ່ຂະ​ແໜງ​ການ​​ປິ່ນ​ປົວ,ການ​ບໍ​ລິ​ການ​ແລະ​ການ​ທ່ອງ​ທ່ຽວໃຫ້​ຫຼາຍກວ່າ​ເກົ່າ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​​ໄທ​ໄດ້​ປະ​ສ​ານ​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ແລະ ກະ​ຊວງ​ກິ​ລາ​ແລະ​ວັດ​ທະ​ນະ​ທຳ​​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ໄປ​ປິ່ນ​ປົວໂດຍສາ​ມາດ​ອາ​ໄສ​ຢູ່​ໄທ​ເປັນ​ເວ​ລາ 90 ວັນ ຢູ່​ເວັບ​ໄຊ​ກົມ​ທ່ອງ​ທ່ຽວ​ໄທພາ​ສາ​ຈີນ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ສຳ​ລັບ​ປະ​ຊາ​ຊົນ​ຈີນ​ທີ່ໄປ​ປິ່ນ​ປົວ​ຢູ່​ໄທ​ກໍ​ຄືຍາດ​ພີ່​ນ້ອງ​ທີ່​ໄປ​ນຳ​ກັນ​ລ້ວນ​ແຕ່ໄດ້​ຮັບ​ການ​ຍົກ​ເວັ້ນ​ວີ​ຊາ ລວມ​ທັງ​ຜູ້​ເປັນ​ພະ​ຍາດແຕ່​ບໍ່​ໃຫ້​​ເກີນ 4 ຄົນ. ​ຂະ​ນະ​ທີ່ຜູ້​ໄປ​ນຳ​ກັນ​​ທີ່​ມີ​ທັງ​ພໍ່,ແມ່,ລູກ​ແລະ​ລູກ​ລ້ຽງ​ທີ່​ມີສັນ​ຊາດ​ດຽວ​ກັນ​ກັບ​ຄົນ​ເຈັບ, ແຕ່​ລະ​ເທື່ອ​ເຂົ້າ​​ປະ​ເທດ​ໄທ​ບໍ່​ໃຫ້ເກີນ 90 ວັນ ແລະຜູ້​ທີ່​ຕ້ອງ​ການ​ໄປປະ​ເທດ​ໄທ​ຫຼາຍ​ເທື່ອ​​ກໍສາ​ມາດ​ຕໍ່​ວີ​ຊາ​ໄດ້​​ບໍ່​ໃຫ້ກາຍ 1 ປີ.

ທັງ​ນີ້,ຜູ້​ຂໍ​ວີ​ຊາ​ສາ​ມາດ​ຍື່ນ​ຄຳ​ຮ້ອງ​ໄດ້​ພາຍ​ຫຼັງ​ໄດ້​ຮັບ​ການ​ຕິດ​ຕໍ່,ຢືນ​ຢັນ​​ການໄດ້​ຮັບ​ການ​ປິ່ນ​ປົວ​ແລະ​ວັນ​ເວ​ລາ​ຂອງ​ການ​ປິ່ນ​ປົວ​ຈາກ​ໜຶ່ງ​ໃນ​ຂະ​ແໜງການ​ປິ່ນ​ປົວ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ແຈ້ງ​ການ​​ນັ້ນ ຫຼັງ​ຈາກ​ໄດ້​ຮັບ​ການ​​ອະ​ນຸ​ມັດ​ແລ້ວຈຶ່ງ​ສາ​ມາດ​ເດີນ​ທາງ​ໄປ​ປິ່ນ​ປົວ​ຢູ່​ໄທ​ໄດ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ