ຕຳຫຼວດຈະລາຈອນອາວຸໂສຍົກສາຍໄຟຟ້າທີ່ຕົກລົງມາທ່າມກາງສາຍຝົນ
2017-05-19 17:27:14  cri 


​ແນວ​ໃດ​ກໍ​ດີ ເນື່ອງ​ຈາກ​ເວ​ລານັ້ນ​ແມ່ນ​ໄລ​ຍະ​ເຂົ້າ​ການແລະ​ກໍ​ມີ​ລົດ​ຫຼາຍ, ຖ້າ​ບໍ່​ແກ້​ໄຂ​ກໍ​ຈະ​ກະ​ທົບ​ຕໍ່ການ​ສັນ​ຈອນ​ແລະ​ເຮັດ​ໃຫ້​ລົດ​ຕິດ​ຢ່າງ​ໜັກ ແລະ​ເກີດ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ອຸ​ບັດ​ເຫດ.​ ພາຍຫຼັງກອງ​ຕຳຫຼວດ​ຈະ​ລາ​ຈອນ​ເມືອງ​ເຊີ່ນ​ໂຈ່ວ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ປະ​ຊາ​ຊົນ​ແລ້ວ ກໍ​ໄດ້​ສົ່ງ​ຕຳຫຼວດ​ໄປ​ແກ້​ໄຂ​ດ່ວນ ໂດຍຕຳຫຼວດ​ອາ​ວຸ​ໂສ​ທີ່​​ອາ​ຍຸ​ເກືອບ 50 ປີ ໄດ້​ໄປ​ຍົກ​ສາຍ​ໄຟ​ຟ້າ​ຂຶ້ນ​ເປັນ​ເວ​ລາ​ໜຶ່ງຊົ່ວ​ໂມງ​ປາຍ​​ທ່າມ​ກາງ​ສາຍ​ຝົນ​ຕົກ​ໜັກ. ພາບ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ຊາວ​ເນັດ​​ປະ​ທັບ​ໃຈ​ທີ່​ສຸດ ແລະ​ເອີ້ນ​ຕຳຫຼວດ​ທ່ານນີ້​ວ່າ "ອ້າຍຍົກ". ແຕ່​ຕຳຫຼວດ​ທ່ານນີ້​ເຫັນ​ວ່າ, ການ​​ຮັກ​ສາ​ຄວາມ​ສະ​ດວກຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຕາມ​ຖະ​ໜົນ​ແລະ​ຄວາມ​ປອດໄພ​ຂອງ​ປະ​ຊາ​ຊົນ​ນັ້ນ ແມ່ນ​ພາ​ລະ​ໜ້າ​ທີ່​​ທີ່​ສັກ​ສິດ​ຂອງ​ຕຳຫຼວດ​ຈະ​ລາ​ຈອນ ຈຶ່ງ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວ​ມາເປັນ​ເວ​ລາ 28 ປີ​​ແລ້ວ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ