ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ດໍາເນີນຕະຫຼອດໄລຍະ 17 ວັນ ໄດ້ອັດລົງຢ່າງເປັນທາງການໃນຕອນບ່າຍວັນທີ 18 ພຶດສະພານີ້, ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ.
ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໄດ້ກ່າວສູນທອນອັດກອງປະຊຸມບາງຕອນສໍາຄັນວ່າ: ຕະຫຼອດໄລຍະ 17 ວັນໃນການດໍາເນີນກອງປະຊຸມ ສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບັນດາເນື້ອໃນທີ່ນໍາມາພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງນີ້. ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ແມ່ນໝາກຜົນແຫ່ງການເສີມຂະຫຍາຍສະຕິປັນຍາລວມໝູ່, ການປະສານສົມທົບລະຫວ່າງສະພາແຫ່ງຊາດກັບລັດຖະບານ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ,ໄດ້ເຮັດໃຫ້ກອງປະຊຸມຄັ້ງນີ້ສໍາເລັດຕາມແຜນທີ່ວາງໄວ້.
ກອງປະຊຸມໄດ້ ພິຈາລະນາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຜ່ານມາ ແລະ ວຽກງານຈຸດສຸມທ້າຍປີ 2017. ຕົກລົງຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການ ແລະ ມາດຕະການແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ. ຮັບຮອງເອົາບົດລາຍການຂອງອົງການໄອຍະການປະຊາຊົນສູງສຸດກ່ຽວກັບການປະຕິບັດສິດສັ່ງຟ້ອງຄະດີອາຍາຂຶ້ນສານ ແລະ ການເຂົ້າຮ່ວມການດໍາເນີນຄະດີແພ່ງຢູ່ທີ່ປະຊຸມສານ ແລະ ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການດໍາເນີນຄະດີຢູ່ສານຂັ້ນຕົ້ນ ແລະ ສານຂັ້ນອຸທອນໃນໄລຍະຜ່ານມາ, ທິດທາງປັບປຸງ ແລະ ຍົກສູງຄຸຸນນະພາບວຽກງານໃນຊຸມປີຕໍ່ໜ້າ. ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວວຽກງານໃນໄລຍະ 5 ປີຕໍ່ໜ້າ (2017-2021). ຮັບຮອງທ່ານ ອໍາໄພ ຈິດມານົນ ເປັນຮອງປະທານກໍາມາທິການກົດໝາຍ ແລະ ຮັບຮອງເອົາກົດໝາຍ 14 ສະບັບ ໃນຂົງເຂດເສດຖະກິດ-ສັງຄົມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປົກຄອງ ແລະ ຍຸຕິທໍາ, ອົງການຈັດຕັ້ງມະຫາຊົນ ແລະ ການຕ່າງປະເທດ ຊຶ່ງເປັນການເພີ່ມທະວີເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃນຂະແໜງການຕ່າງໆໃຫ້ມີຄວາມສົມບູນ ແລະ ຄົບຖ້ວນຂຶ້ນກວ່າເກົ່າ.