ຜູ້​ວ່າ​ການ​ແທນ​ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຈະ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ແລະ​ຈີນ
2017-05-19 16:16:48  cri 
    ຕາມ​ຂ່າ​ວ​ສານ​ຈີນ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຖະ​ແຫຼງ​ໃນ​ວັນ​ທີ 18 ພຶດ​ສະ​ພານີ້​ວ່າ, ທ່ານ​ນາງ ຊູ​ຊານ ​ທອນ​ຕັນ ຜູ້​ວ່າ​ການ​ແທນ​ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈະ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ແຕ່​ວັນ​ທີ 23-24 ພຶດ​ສະ​ພານີ້, ຈາກນັ້ນ ຈຶ່ງ​ຈະ​ຢ້ຽມ​ຢາມ​ຈີນ​ແຕ່​ວັນ​ທີ 25-26 ເດືອນ​ດຽວ​ກັນ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ທ່ານ​ນາງ ຊູ​​ຊານ ທອນ​ຕັນ ທີ່​ຊີ້​ນຳ​ວຽກ​ງານ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ປາ​ຊິ​ຟິກ ຈະ​ຢ້ຽມ​ຢາມ​ປະ​ເທດ​ຟິ​ລິບ​ປິນ​ແຕ່​ວັນ​ທີ 23-24 ພຶດ​ສະ​ພານີ້ ແລະ​ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ເວ​ທີ​ປຶກ​ສາ​ຫາ​ລື​ພາກ​ພື້ນ​ອາ​ຊຽນ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ກ່ຽວ​ກັບ​ແຜນ​ການ​ດຳ​ເນີນ​ງານ​​ລຸ່ມ​ແມ່​ນ້ຳ​ຂອງ ແລະ​ກອງ​ປະ​ຊຸມ​ອື່ນໆ.

    ຫຼັງ​ຈາກນັ້ນ, ທ່ານ​ນາງ ຊູ​​ຊານ ຈະ​ຢ້ຽມ​ຢາມ​ນະ​ຄອນຫຼວງ​ປັກ​ກິ່ງ​ສ​ປ​ຈີນ​ແຕ່​ວັນ​ທີ 25-26 ພຶດ​ສະ​ພານີ້ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ສອງ​ຝ່າຍ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ