ຜົນງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ບ້ານ​ມາ​ເອີ​ຈ່ວງ
2017-05-19 16:49:23  cri 




    ສະ​ພາບ​ດັ່ງ​ກ່າວ​ໄດ້​ຮັບ​ການ​ແກ້​ໄຂຫຼັງ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ, ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນໄດ້​ເຂົ້າ​ໄປ​ຊ່ວຍ​ເຫຼືອ ໂດຍ​ເລີ່ມ​ຈາກຊາວ​ບ້ານ​ມາ​ເອີ​ຈ່ວງໄດ້ສ້າງ​​ຕັ້ງສະ​ຫະ​ກອນ​ລ້ຽງ​ແກະ ແລະ​ພັດ​ທະ​ນາ​​ເຕັກ​ນິກ​ການ​ລ້ຽງ​ດ້ວຍ​ວິ​ທະ​ຍາ​ສາດ ເຊິ່ງ​ໃນ​ທີ່​ສຸດ ປະ​ສົບ​ຜົນ​ສຳ​ເລັດ​ໂດຍ​ເຫັນ​ໄດ້​ໃນປີ 2016 ຜ່ານ​ມາ, ອາ​ຫານ​ທີ່​ເຮັດ​ດ້ວຍ​ແກະ​ຂອງ​ບ້ານ​ໄດ້​ນຳ​ມາ​ບໍ​ລິ​ການ​ຢູ່​ໂຕະ​ອາ​ຫານ​ໃນກອງ​ປະ​ຊຸມ​ສຸດຍອດ G20 ທີ່​ເມືອງ​ຮາງ​ໂຈ່ວ. ທີ່​ສຳ​ຄັນ ປະ​ຊາ​ຊົນ 64 ຄອບ​ຄົວທີ່​ທຸກ​ຍາກນັ້ນ ກໍ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ອົງ​ການ​ປົກ​ຄອງ​ບ້ານ​ດັ່ງ​ກ່າວ​ວ່າ 59 ຄອບ​ຄົວສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ. ລາຍ​ໄດ້​ທີ່​ສາ​ມາດ​ໃຊ້​ຈ່າຍ​ໄດ້​ຂອງ​ຊາວ​ບ້ານ​ສະ​ເລ່ຍ​ຕາມ​ຫົວ​ຄົນ ​ບັນ​ລຸ​ເຖິງ 8500 ຢວນ ແລະ​ໃນ​ນີ້ 1 ສ່ວນ 3 ໄດ້​ຈາກ​ການ​ລ້ຽງ​ແກະ.
1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ