ສະ​ຖາ​ບັນ​ຂົງ​ຈື້​ຢູ່​ເນ​ປານ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຈີນ​ສ້າງ​ສູນ​ອົບ​ຮົມ​ນັກ​ວິ​ຊາ​ການ
2017-05-19 16:55:21  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ກັດ​ມັນ​ດູ​ປະ​ເທດ​ເນ​ປານ ແລະ​ສະ​ມາ​ຄົມວິ​ສາ​ຫະ​ກິດ​ຈີນ​ຢູ່​ເນ​ປານ ໄດ້​ຮ່ວມ​ກັນ​​ສ້າງ​ຕັ້ງ "ສູນ​ອົບ​ຮົມ​ນັກ​ວິ​ຊາ​ການ​ວິ​ສາ​ຫະ​ກິດ​ຈີນ" ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນຫຼວງ​ກັດ​ມັນ​ດູ​ໃນ​ວັນ​ທີ 18 ພຶດ​ສະ​ພານີ້.

    ທ່ານນາງ ຢູ​ຮົງ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເນ​ປານ ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ຫຼັງ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດ​ຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສຳ​ເລັດ​ລົງ​ເມື່ອບໍ່​ດົນ​ນັ້ນ ​ກໍພໍ​ດີ​ແມ່ນ​ເວ​ລາ​ທີ່​ເໝາະ​ສົມ​ທີ່​ສຸດ​ໃນ​ການ​ສ້າງ​ສູນ​ດັ່ງ​ກ່າວ ແລະ​ກໍ​ຫວັງ​ວ່າ, ສູນ​ດັ່ງ​ກ່າວ​ຈະ​ສາ​ມາດ​​ບໍ​ລິ​ການ​​ວິ​ສາ​ຫະ​ກິດ​ຈີນໄດ້​ຕາມ​ຄວາມ​ຕ້ອງ​ການ ເພື່ອ​ຊ່ວຍ​ການ​ພັດ​ທະ​ນາ​ຢູ່​ເນ​ປານ.

    ທ່ານ ຢວນ​ຈື້​ຊົງ ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຈີນ​ຢູ່​ເນ​ປານ ກ່າວ​ວ່າ, ຫຼັງ​ສ້າງ​ຕັ້ງ​ສະ​ມາ​ຄົມ​ເມື່ອ​ເດືອນ​ກໍ​ລະ​ກົດ​ປີ 2013 ເປັນ​ຕົ້ນ​ມາ ໄດ້​ມີ​ສະ​ມ​າ​ຊິກ​ເກືອບ 40 ແຫ່ງ ແລະ​ຜ່ານ​ຂະ​ບວນ​ການ​ດຳ​ເນີນ​ວຽກ​ງານ​ຕ່າງໆ​ຢູ່​ເນ​ປານ​ເຫັນ​ວ່າ ບັນ​ດາສະ​ມາ​ຊິກຍັງ​ມີ​ຄວາມ​ຮູ້​ບໍ່​ພຽງ​ພໍ ຈຶ່ງ​ຕ້ອງ​ການ​ຊອກ​ຮູ້​​ພາ​ສາ, ວັດ​ທະ​ນະ​ທຳ​ແລະ​ກົດ​ໝາຍ​ຂອງ​ເນ​ປານ​ໃຫ້ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ