​ຟິ​ລິບ​ປິນ-ອາ​ເມ​ລິ​ກາ​ສິ້ນ​ສຸດ​ການ​ຊ້ອມ​ຮົບ​ຮ່ວມ "ຄຽງ​ບ່າ​ຄຽງ​ໄຫຼ່"ປະ​ຈຳ​ປີ
2017-05-20 17:01:34  cri 
ວັນ​ທີ19ພຶດ​ສະ​ພາ​ນີ້, ການ​ຊ້ອມ​ຮົມ​ຮ່ວມ "ຄຽງ​ບ່າ​ຄຽງ​ໄຫຼ່"ປະ​ຈຳ​ປີ2017ລະ​ຫວ່າງ​ຟິ​ລິບ​ປິນ​ກັບ​ອາ​ເມ​ລິ​ກາ​ໄດ້​ອັດ​ລົງຢູ່​ມາ​ນີ​ລາ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຊ້ອມ​ຮົມ​ຮ່ວມ​ທີ່​ດຳ​ເນີນ​ເປັນ​ເວ​ລາ12ວັນ​ໄດ້​ສິ້ນ​ສຸດ​ລົງ.

ເຈົ້າ​ໜ້າ​ທີ່​ການ​ທະ​ຫານ​ອາ​ເມ​ລິ​ກາ​ແລະ​ຟິ​ລິບ​ປິນ​ໃຫ້​ຮູ້​ວ່າ, ສອງ​ຝ່າຍ​ໄດ້​ເຝິກ​ຊ້ອມ​ໃນ​ການ​ຍິງ​ປືນ​ດ້ວຍ​ລູກ​ປືນ​ແທ້, ການ​ບຸກ​ໂຈມ​ຕີ​ທາງ​ບົກ​ແລະທາງ​ນ້ຳ, ຢາຍ​ວັດ​ຖຸ​ກູ້​ໄພ​ແລະ​ອື່ນໆ. ທັງ​ສອງ​ຝ່າຍ​ໄດ້​ສົ່ງ​ງ​ທະ​ຫານ ​ປະ​ມານ5400ຄົນ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ. ນອກ​ນີ້, ອົ​ສ​ຕຼາ​ລີໄດ້​ສົ່ງ80ຄົນ​ແລະ​ຍີ່​ປຸ່ນ​ໄດ້​ສົ່ງ20ຄົນ​ເຂົ້າ​ຮ່ວມ. ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ທ່ານ​ໂຣດຼີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ, ໄດ້​ມີ​ການ​ປັບ​ປຸງ​ເນື້ອ​ໃນ​ຂອງ​ການ​ຊ້ອມ​ຮົບ​ຮ່ວມ​ເທື່ອ​ນີ້, ​ຄື​ຈາກ​ການ​ປ້ອງ​ກັນ​ດິນ​ແດນ​ກາຍ​ເປັນ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ,ກູ້​ໄພ​ແລະ​ຕ້ານ​ການ​ກໍ່​ການ​ຮ້າຍ.

ໃນ​ໄລ​ຍະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ, ວັນ​ທີ17ພຶດ​ສະ​ພາ​ນີ້, ປະ​ຊາ​ຊົນ​ຟິ​ລິບ​ປິນ​ຈຳ​ນວນ​ໜຶ່ງ​ໄດ້​ຈັດ​ການ​ປະ​ທ້ວງ​ຢູ່​ນະ​ຄອນຫຼວງ​ມາ​ນີ​ລາ. ໂດຍ​ຮຽກ​ຮ້ອງ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູ​ເຕີ​ເຕ​ຍົກ​ເລີກ​ການ​ຊ້ອມ​ຮົບ​ຮ່ວມ​​ລະ​ຫວ່າງຟິ​ລິບ​ປິນ-ອາ​ເມ​ລິ​ກາ​ຢ່າງ​ສິ້ນ​ເຊີງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ