ລັດ​ຖະ​ບານ,ສະ​ຖາ​ບັນ​ຄົ້ນ​ຄວ້າ​ແລະ​ວິ​ສາ​ຫະ​ກິດ​ຈີນ​ຮ່ວມ​ກັນ​ຊອກ​ຄົ້ນ​ຮູບ​ການ​ໃໝ່​ໃນ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ສິນ​ຄ້າ​ຂາຍ​ຍ່ອຍ​ຂ້າມ​ຊາດ
2017-05-20 16:58:59  cri 
ວັນ​ທີ19ພຶດ​ສະ​ພາ​ນີ້, ສູນ​ຕິດ​ຕາມກວດ​ກາ​ສິນ​ຄ້າ E COMMERCE ຂ້າມ​ຊາດ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ມາດ​ຕະ​ຖານ​ຈີນ, ແລະ​ບໍ​ລິ​ສັດ T MALL ສາ​ກົນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ປຽບ​ທຽບ​ມາດ​ຕະ​ຖານ​ສິນ​ກ້າ​ຈີນ​ກັບ​ຕ່າງ​ປະ​ເທດ ແລະ​ການ​ຄົ້ນ​ຄວ້າ​ມາດ​ຕະ​ຖານ​ສິນ​ຄ້າ E COMMERCE ຂ້າມ​ຊາດ, ເຊິ່ງ​ໃນ​ຕໍ່​ໜ້າ​ນີ້,ຈະ​ຮ່ວມ​ມື​ຄົ້ນ​ຄວ້າ​ມາດ​ຕະ​ຖານ​ຂອງ​ເຄື່ອງອຸ​ປະ​ໂພກ​​ບໍ​ລິ​ໂພກຂາຍ​ຍ່ອຍ​ຂ້າມ​ຊາດ, ຊອກ​ຄົ້ນ​ຮູບ​ການ​ແລະ​ກົນ​ໄກ​ຕິດ​ຕາມ​ຄຸ້ມ​ຄອງເຄື່ອງ​ບໍ​ລິ​ໂພກ​ເຄື່ອງ​ອຸ​ປະ​ໂພກ​ຂາຍ​ຍ່ອຍ​ຜ່ານ E COMMERCE ​ຂ້າມ​ຊາດ, ຊ່ວຍ​ເຫຼືອ​ຂະ​ແໜງ​ການ​ປະ​ຕິ​ບັດ​ຕາມ​ພັນ​ທະ​ວິ​ສາ​ຫະ​ກິດ​ໃຫ້​ດີກວ່າ​ເກົ່າ​ແລະ​ຕາມ​ວິ​ທະ​ຍາ​ສາດ, ຊຸກ​ຍູ້​ການ​ນຳ​ເຂົ້າ​ສິນ​ຄ້າ​ຂາຍ​ຍ່ອຍ E COMMERCE​ ໃຫ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ.

E COMMERCE ຂ້າມ​ຊາດ​ທີ່​ເປັນ​ຮູບ​ການ​ການ​ຄ້າ​ແບບ​ໃໝ່​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໃນ2ປີ​ຜ່ານ​ມາ, ແຕ່​ຍ້ອນ​ຮູບ​ການ​ການ​ຄ້າ​ແຕກ​ຕ່າງ​ກັບ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ແບບ​ເກົ່າ, ຈຶ່ງ​ເປັນ​ຂໍ້​ທົດ​ສອບ​ໃໝ່​ຕໍ່​ຮູບ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ແລະ​ມາດ​ຕະ​​ຖານກວດ​ກາ​ວັດ​ແທກ​ຂອງ​ອົງ​ການກວດ​​ຄຸນ​ນະ​ພາບ​ແລະ​ກວດ​ພະ​ຍາດ. ອົງ​ການກວດ​ຄຸນ​ນະ​ພາບ​ແລະ​ກວດ​ພະ​ຍາດ​ເມືອງ​ຮາງ​ໂຈ່ວ​​ໄດ້ອີງ​ໃສ່ສູນ​ຕິດ​ຕາມກວດ​ກາ​ສິນ​ຄ້າ E COMMERCE ຂ້າມ​ຊາດ, ປະ​ສານ​ງານ​ກັບ​ບໍ​ລິ​ສັດ T MALL ສາ​ກົນ​ແລະ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ມາດ​ຕະ​ຖານ​ຈີນ, ​ເພື່ອດຳ​ເນີນ​ການ​ປຽບ​ທຽບ​ແລະ​ການ​ຄົ້ນ​ຄວ້າ​ມາດ​ຕະ​ຖານ​ຈີນ​ແລະ​ຕ່າງ​ປະ​ເທດ​ຂອງ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ, ຕັ້ງ​ໜ້າ​ຊອກ​ຄົ້ນ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະ​ພາບ​ຂອງ​ສິນ​ຄ້າ E COMMERCE ຂ້າມ​ຊາດ, ແລະ​ດຳ​ເນີນ​ວຽກ​ງານ​ທົດ​ລອງ​ຢູ່​ບໍ​ລິ​ສັດ T MALL ສາ​ກົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ