ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ເຕືອນ​ ​ການ​ໃຊ້​ກຳ​ລັງ​ອາ​ວຸດ​ຕໍ່​ສ​ປ​ປ​ເກົາຫຼີ​ຈະ​ພາ​ໃຫ້​ເກີດ​ໂສກ​ນາ​ຕະ​ກຳ
2017-05-20 17:04:30  cri 
ວັນ​ທີ19ພຶດ​ສະ​ພາ​ນີ້, ທ່ານ​ແຈມ​ສ໌ ມັດ​ຕິ​ສ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ເຕືອນ​ວ່າ, ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ດ້ວຍ​ກຳ​ລັງ ​ການ​ທະ​ຫານ​ຈະ​ພາ​ໃຫ້​ເກີດ​ໂສກ​ນາ​ຕະ​ກຳ​ທີ່​ຄາດ​ບໍ່​ເຖິງ.

ມື້​ດຽວ​ກັນ, ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທຳ​ນຽບ5ແຈ, ທ່ານ​ມັດ​ຕິ​ສກ່າວ​ວ່າ, ອາ​ເມ​ລິ​ກາ​ພະ​ຍາ​ຍາມ​ເດີນ​ຕາມ​ທິດ​ທາງ​ທີ່​ຮ່ວມ​ມື​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ແລະ​ປະ​ເທດ​ພາກ​ພື້ນ​ອາ​ຊີຕາ​ເວັນ​ອອກ, ເຊັ່ນ: ຈີນ ຍີ່​ປຸ່ນ​ແລະ​ສ.ເກົາຫຼີ​ເປັນ​ຕົ້ນ, ເພື່ອ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາຫຼີ.

ວັນ​ທີ26ເມ​ສາ​ຜ່ານ​ມາ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ສະ​ແຫວງ​ຫາ​ການ​ປອດ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາຫຼີ​ດ້ວຍ​ວິ​ທີ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ຂວ້ຳ​ບາດ​ດ້ານ​ເສດ​ຖະ​ກິດ​ ບວກ​ກັບ​ຄວາມ​ກົດ​ດັນ​ດ້ານ​ການ​ທູດ. ອາ​ເມ​ລິ​ກາ​ມີ​ທ່າ​ທີ​ເປີດກວ້າງ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ດ້ວຍ​ການ​ເຈ​ລະ​ຈາ, ແຕ່​ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ກຽມ​ພ້ອມ​ແລ້ວ​ທີ່​ຈະປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ອາ​ເມ​ລິ​ກາ​ແລະ​ພັນ​ທະ​ມິດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ