ພົບ​ພືດ​ພັນ​ໃໝ່ 1730 ຊະ​ນິດ​ໃນ​ທົ່ວ​ໂລກ
2017-05-20 14:26:12  cri 
 ສວນ​ພືດ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ພາບ​ພຶກ​ສາ​ຊາດ​ຂອງ​ໂລກ​ສະ​ບັບ​ໃໝ່​ໃນ​ວັນ​ທີ 18 ພຶດ​ສະ​ພາ​ນີ້​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ, ນັກ​ວິ​ທະ​ຍາ​ສາດ​ໄດ້​ພົບ​ພືດ​ພັນ​ໃໝ່ 1730 ຊະ​ນິດ ໃນ​ນີ້​ມີ​ຈຳ​ນວນ​ບໍ່​ໜ້ອຍ​ມີ​ຄຸນ​ຄ່າ​ເຮັດ​ເປັນ​ອາ​ຫານ​ແລະ​​ໃຊ້ເປັນ​ຢາ.

ນີ້​ແມ່ນ​ສວນ​ພືດ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ເຜີຍ​ແຜ່​ບົດ​ລາຍ​ງານ​ພຶກ​ສາ​ຊາດ​ເປັນ​ເທື່ອ​ທີ​ສອງ​ເຊິ່ງ​ເຮັດ​ສຳ​ເລັດ​ຮ່ວມໂດຍນັກ​ວິ​ທະ​ຍາ​ສາດ 128 ທ່ານ​ຈາກ 12 ປະ​ເທດ​.

ນັກ​ຄົ້ນ​ຄວ້າ​ຍັງ​ໄດ້​ລົ​ງ​ເລິກວິ​ເຄາະ​ຜົນ​ສະ​ທ້ອນ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ທີ່​ມີ​ຕໍ່​ພຶກ​ສາ​ຊາດ ແລະ​ຜົນ​ວິ​ເຄາະ​ສະ​ແດງ​ໃຫ້​ເຫັນ​ວ່າ ພືດ​ຈຳ​ພວກ​ທີ່​ມີ​ໃບ​ແລະ​ເປືອກ​ໜາ, ສາ​ມາດ​ດູດ​ຮັບ​ນ້ຳ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງກວ່າ ແລະ​ຮາກ​ເຫງົ້າ​ຝັງ​ລົງ​ໃຕ້​ດິນ​ເລິກກວ່າ​ແລະ​ມີ​ເນື້ອ​ແໜ້ນກວ່າ​ນັ້ນ​ຈະ​ສາ​ມາດ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ດີກວ່າ​.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​ໄດ້​ເອົາ​ໃຈ​ໃສ່​ບັນ​ຫາ​ພະ​ຍາດ​ພືດ​ແລະ​ສັດ​ຕູ​ພືດ. ຕາມ​ຄາດ​ຄະ​ເນ​ວ່າ: ຖ້າ​ຫາກ​ບັນ​ຫາ​ດັ່ງ​ກ່າວ​ບໍ່​ໄດ້​ຮັບ​ການ​ສະ​ກັດ​ກັ້ນ​ໃຫ້​ດີ, ກະ​ສິ​ກຳ​ທົ່ວ​ໂລກ​ກໍ​ອາດ​ຈະ​ປະ​ສົບ​ຜົນ​ເສຍ​ຫາຍ​ຢ່າງ​ໃຫຍ່ຫຼວງ ແລະ​ບັນ​ຫາ​ດັ່ງ​ກ່າວ​ເຮັດ​ໃຫ້​ມີ​ຜົນ​ກະ​ທົບ​ໜັກ​ໜ່ວງ​ປານ​ນີ້​,ສາ​ເຫດ​ສຳ​ຄັນ​ກໍ​ຍ້ອນ​ວ່າ​ພາຍ​ໃຕ້​ສະ​ພາບ​ໂລ​ກາ​ພິ​ວັດ​ໃນ​ປັດ​ຈຸ​ບັນ, ​ການ​ເຄື່ອນ​ໄຫວ​ທາງການ​ຄ້າ​ແລະ​ການ​ທ່ອງ​ທ່ຽວ​ເພີ່ມຫຼາຍ​ຂຶ້ນ ເຊິ່ງ​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ສູງ​ຂຶ້ນ​ທີ່​ອາດ​ຈະ​ເຮັດ​ໃຫ້​ສັດ​ຕູ​ພືດ​ແລະ​ພະ​ຍາດ​ພືດ​ແຜ່​ຂະ​ຫຍ​າ​ຍ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ