ຈັດກອງ​ປະ​ຊຸມ​ກົນ​ໄກ​ປຶກ​ສາ​ຫາ​ລື​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ​ເທື່ອ​ທຳ​ອິດ
2017-05-20 14:49:59  cri 

ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ວ່າ​ດ້ວຍການ​ເຈ​ລະ​ຈາ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ທີ່​ທ່ານ​ໂຣດ​ຣີໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ບັນ​ລຸ​ຮ່ວມ​ກັບ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໂອ​ກາດ​ທ່ານ​ດູ​ເຕີ​ເຕ​ຢ້ຽມ​ຢາມ​ຈີນ​ເມື່ອ​ເດືອນ​ຕຸ​ລາ​ 2016, ສອງ​ຝ່າຍ​ຈີນ-ຟີ​ລີບ​ປິນໄດ້​​ຕົກ​ລົງ​ຈັດ​ກອງ​ປະ​ຊຸມ​ກົນ​ໄກ​ປຶກ​ສາ​ຫາ​ລື​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ຈີນ-ຟີ​ລິບ​ປິ​ນເທື່ອ​ທຳ​ອິດ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ຢູ່​ເມືອງ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່ວ ສ​ປ ຈີນ​ໂດ​ຍ​ທ່ານຫຼິ້ວ​ເຈີ້ນ​ມິນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ໂຣ​ມາ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟີ​ລິບ​ປິນ​ປະ​ຈຳ​ຈີນ​ຕ່າງ​ກໍ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂອງ​ປະ​ເທດ​ຕົນ​ເຂົ້າ​ຮ່ວມ. ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ກົງ​ໄປ​ກົງມາ​ຕາມ​ຈິດ​ໃຈ​ມິດ​ຕະ​ພາບ​ໂດຍ​ກ່າວ​ຢ້ຳ​ຈະ​ສຸມ​ໃສ່​ການ​ຮ່ວມ​ມື​ທັງ​ຄົ້ນ​ຄວ້າ​ວິ​​ທີ​ເພື່ອ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຄວາມ​ໝັ້ນ​ໃຈ​ລະ​ຫວ່າງ​ສອງ​ຝ່າຍ.

ຕາມ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ-ສາ​ທາ​ລະ​ນະ​ລັດ​ຟີ​ລິບ​ປິນ​ເມື່ອ​ເດືອນ​ຕຸ​ລາ 2016 ຜ່ານ​ມາ, ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຫາ​ລື​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຍົກ​ສູງ​ລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຄວາມ​ໝັ້ນ​ໃຈ ທັງ​ໃຫ້​ຄຳ​ໝັ້​ສັນ​ຍາ​ວ່າ: ຮັກ​ສາ​ຄວາມ​ອົດ​ກັ້ນ​ໃນ​ການ​ໃຊ້​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຈີນ​ໃຕ້​ເພື່ອຫຼີ​ກ​ເວັ້ນ​ບໍ່​ໃຫ້​ຂໍ້​ຂັດ​ແຍ້ງ​ສັບ​ສົນ​ຂຶ້ນ​ແລະ​ຂະ​ຫຍາຍກວ້າງ​ອອກ​ທັງ​ກະ​ທົບ​ເຖິງ​ສັນ​ຕິ​ພາບ​ແລະ​ສະ​ເຖຍ​ລະ​ພາບ. ສອງ​ຝ່າຍ​ເຫັນ​ດີ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ.

ກອງ​ປະ​ຊຸມ​ກົນ​ໄກ​ປຶກ​ສາ​ຫາ​ລື​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ​ເທື່ອ​ທີ 2ຈະ​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ​ໃນ​6ເດືອນ​ທ້າຍ​ປີ 2017 ນີ້, ສ່ວນ​ເວ​ລາ​ແລະ​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ​ຈະ​ໃຫ້​ສອງ​ຝ່າຍ​ຕົກ​ລົງ​ກັນ​ຜ່ານ​ຊ່ອງ​ທາງ​ການ​ທູດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ