ຜົນ​ນັບ​ບັດ​ເບື້ອງ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຮານ
2017-05-20 17:03:11  cri 
ເວ​ລາ 9 ໂມງ​ຂອງວັນ​ທີ 20 ພຶດ​ສະ​ພາ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ສຳ​ນັກ​ງານ​ໃຫຍ່​ການ​ເລືອກ​ຕັ້ງ​ອີ​ຮານ​ຖະ​ແຫຼງວ່າ ຜົນ​ການ​ນັບ​ບັດ​ເບື້ອງ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ທີ 12 ຂອງ​ປະ​ເທດ​ຕົນ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ຣາ​ຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ຝ່າຍ​ປະ​ຕິ​ຮູບ​ໄດ້​ຮັບ​ຄະ​ແນນ​ສຽງຫຼາຍກວ່າ​ໝູ່.

ປະ​ຊາ​ຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງຫຼາຍກວ່າ 40 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ເທື່ອ​ນີ້. ຕາມ​ກົດ​ໝາຍ​ອີ​ຮານ​ກຳ​ນົດ​ໄວ້​ວ່າ: ປະ​ທາ​ນາ​ທິ​ບໍ​ດີ​ກຳ​ເນີດ​ຈາກ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໂດຍ​ກົງ​ຂອງ​ປະ​ຊາ​ຊົນ, ຜູ້​ທີ່​ໄດ້​ຮັບ​​ຄະ​ແນນ​ສຽງຫຼາຍກວ່າ​ເຄິ່ງ​ໜຶ່ງ​ກໍ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ.​ຖ້າ​ຫາກ​ການ​ປ່ອນ​ບັດ​ຮອບ​ທຳ​ອິດ​ບໍ່​ມີ​ຄົນ​ໄດ້​ຮັບ​ຄະ​ແນນ​ສຽງ​ກາຍ​ເຄິ່ງ​ໜຶ່ງ, ຈະ​ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສອງ​ຄົນ​ທີ່​ໄດ້​ຮັບ​ຄະ​ແນນ​ສຽງຫຼາຍ​ກວ່າ​ໝູ່​ນັ້ນ​ແຂ່ງ​ຂັນ​ເປັນ​ຮອບ​ທີ​ສອງ ແລະ​ຜູ້​ທີ່​ໄດ້​ຮັບ​ໄຊ​ຊະ​ນະ​ຕ້ອງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ຜູ້​ນຳ​ສູງ​ສຸດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ