ເຂົ້າ​ສູ່​ໄລ​ຍະ​ທຳ​ອິດ​ໃນ​ການ​ປະ​ຕິ​ບັດ​ໂຄງການທາງ​ລົດ​ໄຟ​ຈີນ​ລາວ​ໃນ​ລະ​ດູ​ຝົນ
2017-05-21 16:48:34  cri 
ທາງ​ລົດ​ໄຟ​ຈີນ​ລາວ ​ທີ່​ເປັນ​ໂຄງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ສຳ​ຄັນ​​ໂດຍ​ມີ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ​ສອງ​ລັດ​ຕົກ​ລົງແລະ​​ຊຸກ​ຍູ້ນັ້ນ, ໄດ້​ຈັດ​ພິ​ທີ​ວາງ​ສີ​ລາ​ຈາ​ລຶກໃນ​ເດືອນ 12 ປີ 2015, ເລີ່ມ​ກໍ່​ສ້າງ​​ຮອບ​ດ້ານ​ໃນ​ເດືອນ 12 ປີ 2016. ໃນ​ປີ 2017ນີ້, ລະ​ດູ​ຝົນຂອງ​ລາວ​ໄດ້​ວຽນ​ມາ​ຮອດ​ໄວ​ກວ່າ​ປີ​ທີ່​ຜ່ານ​ມາ, ແຕ່​ວ່າ ​ໜ່ວຍງານຕ່າງໆ​ທີ່ຮ່ວມການ​ກໍ່​ສ້າງທາງ​ລົດ​ໄຟ​ຈີນ​ລາວ​ໄດ້​ທຳ​ການ​ກະ​ກຽມ​ໃຫ້​ດີ​ກ່ອນ​ຈະ​ເຂົ້າ​ສູ່​ໄລ​ຍະ​ທີ​ໜຶ່ງ​ຂອງ​ລະ​ດູ​ຝົນ, ​ສຳ​ລັບ​ວຽກ​ງານ​ໃນ​ກາງ​ແຈ້ງ ໄດ້​ຂ້ຽວ​ເລັ່ງ​ກໍ່​ສ້າງ​ແລ້ວ​ໃນ​ໄລ​ຍະ​ຟ້າ​ແຈ້ງ, ແລະຫຼັງ​ລະ​ດູ​ຝົນ​ມາ​ຮອດ ​ກໍ​ຈະ​ດຳ​ເນີນ​ວຽກ​ງານ​ຢູ່​ໃນ​ອູ​ໂມງ​ທີ່​ມີ​ຄວາມ​ເລິກ​ໃນ​ລະ​ດັບ​ໃດ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ