ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກG20 ເອົາ​ໃຈ​ໃສ່ຕໍ່​ຕ້ານ​ການຂົ່ມ​ຂູ່ຕໍ່​ສຸ​ຂະ​ພາບ​ໃນ​ທົ່ວ​ໂລກ
2017-05-21 17:10:10  cri 

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກຂອງ​ກຸ່ມ 20 ປະ​ເທດ ​ຫຼື G20 ທີ່​ໄຂ​ເປັນ​ເວ​ລາ2ວັນ​ໄດ້​ອັດ​ລົງ​ຢູ່​ແບກ​ແລງ​ໃນ​ວັນ​ທີ 20 ພຶດ​ສະພານີ້. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້ເອົາ​ໃຈ​ໃສ່ຕໍ່​ຕ້ານ​ການ​ຂົ່ມ​ຂູ່ຕໍ່​ສຸ​ຂະ​ພາບ​ໃນ​ທົ່ວ​ໂລກ, ​ແລະໄດ້​ກ້າວ​ເຖິງ​ຂັ້ນ​ອອກ​ຖະ​ແຫຼງ​ການ​ແບກ​ແລງ.

​ຖະ​ແຫຼງ​ການ​ຂຽນ​ວ່າ, ສຸ​ຂະ​ພາບ​ແມ່ນ​ຫົວ​ຂໍ້​ສຳ​ຄັນ​ໃນ​ໄລ​ຍະ​ເຢຍ​ລະ​ມັນ​ເປັນ​ປະ​ເທດ​ປະ​ທານ G20. ບັນ​ດາ​ຝ່າຍ​ທີ່​ຮ່ວມ​ປະ​ຊຸມ​ເຫັນ​ດີ​ເພີ່ມ​ທະ​ວີ​ຄວາມ​ສະ​ໜັບ​ສະ​ໜູນ​ທາງ​ການ​ເມືອງ​ຕໍ່​ຫົວ​ຂໍ້​ດັ່ງ​ກ່າວນີ້, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ແລະ​ການ​ຮ່ວມ​ມື​ທົ່ວ​ໂລກ​ເພື່ອ​ຮັບ​ມຶ​ກັບ​ການ​ທ້າ​ທາຍ, ສະ​ໜັບ​ສະ​ໜູນ​ຖາ​ນະ​ການ​ນຳ​ພາ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລ​ກ​ໃນ​ການ​ຮ່ວມ​ມື​ສຸ​ຂະ​ພາບ​ທົ່ວ​ໂລກ. ໃນໄລ​ຍະ​ກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກຂອງ G20, ຜູ້​ຕາງ​ໜ້າ​ຂອງ​ອົງ​ການອ​ະ​ນາ​ໄມ​ໂລກ​ແລະ​ທະ​ນາ​ຄານ​ໂລກ​​ໄດ້​ລອກ​ແບບ​ກໍ​ລະ​ນີ​ເກີດ​ພະ​ຍາດ​ແຜ່​ລາມ​ຈະ​ຄວບ​ຄຸມ​ວິ​ກິດ​ການ​ແນວ​ໃດ, ເຊິ່ງ​ລວມ​ທັງ​ແຈ້ງ​ສະ​ພາບ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ ​ສະ​ກັດ​ກັ້ນ​ໂດຍ​ໄວ ແລະ​ອື່ນໆ.

ເຢຍ​ລ​ະ​ມັນ​ໄດ້​ເປັນ​ປະ​ເທດ​ປະ​ທານ G20 ຖັດ​ຈາກ​ຈີນ​ໃນ​ເດືອນ​ທັນ​ວາ​ປີ 2016 ຜ່ານ​ມາ, ນີ້​ແມ່ນ G20 ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຄັ້ງ​ທຳ​ອິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ