ທ່ານ​ຢາງ​ເຈ​ສື​ລົ​ມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາຜ່ານ​ທາງ​ໂທ​ລ​ະ​ສັບ
2017-05-21 17:20:29  cri 
ວັນ​ທີ 20 ພຶດ​ສະ​ພານີ້, ທ່ານ​ຢາງ​ເຈ​ສື ​ທີ່ປຶກ​ສາ​ແຫ່ງ​ລັດ​ຈີນ​ໄດ້​ລົມ​ກັບ​ທ່ານ​ເຣັກ​ທິ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາຜ່ານ​ທາງ​ໂທ​ລະ​ສັບ.

ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ​ຫຼັງ​ຈາກທ່ານ​ສີ​ຈິ້ນຜີງ ປະ​ທານ​ປະ​ເທດ​ຈີນພົບ​ປະ​ກັບ​ທ່ານໂດ​ນັ​ນ ທ​ລຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາຢູ່​ມາ​ອາ​ລາ​ໂກ​ເປັນ​ຕົ້ນ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງ​ໜ້າ​ທີ່ສຳ​ຄັນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄວາມ​ເປັນ​ເອ​ກະ​ສັນ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ​. ໃນ​ໄລ​ຍະ​ຕໍ່​ໄປ, ສອງ​ຝ່າຍ​ຕ້ອງ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ ເປັນ​ເອ​ກະ​ສັນ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ຊາດ​ຈີ​ນ​ອາ​ເມ​ລິ​ກາ, ຮັກ​ສາທ່ວງ​ທ່າ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​​ຂັ້ນ​ສູງ​ແລະ​​ອື່ນໆ, ຊຸກ​ຍູ້​ປະ​ຕິ​ບັດ​ແຜນ​ການ 100 ວັນ​ແຫ່ງ​ການ​ຮ່ວມ​ມືເສດ​ຖະ​ກິດ, ເປີດກວ້າງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ສົມ​ທົບ​ກັນ​ໃນ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສຳ​ຄັນ. ຈີນ​ຍິນ​ດີ​ຮັກ​ສາ​ການ​ແລກ​ປ່ຽນ​ກັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ອາ​ເມ​ລິ​ກາ, ຮ່ວມ​ກັນ​ເຮັດ​ວຽກ​ງານ​ກະ​ກຽມ​ ການ​ສົນ​ທະ​ນາ​ຄວາມຫມັ້ຍ​ຄົງ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຮອບ​ທຳ​ອິດ​ໃນ​​ໄວ​ໆ​ນີ້, ຮັບ​ປະ​ກັນ​ໃຫ້ການ​ສົນ​ທະ​ນາ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ທ່ານ​ທິ​ເລີ​ເຊິນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ປຶກ​ສາ​ຫາ​ລື​​ກັບ​ຈີນ, ກະ​ກຽມການ​ສົນ​ທະ​ນາ​ຄວາມຫ​ມັ້ນ​ຄົງທາງ​ການ​ທູດ​ລະ​ຫວ່າງອາ​ເມ​ລິ​ກາ​​ກັບ​ຈີນຮອບ​ທຳ​ອິດໃຫ້​ດີ, ​ແລະ​ຫວັງ​ວ່າ​ການ​ສົນ​ທະ​ນາ​ຄັ້ງ​ນີ້​ຈະ​ໄດ້​ຮັບ​ໝາກ​ຜົນ​ອັນ​ຕັ້ງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ