ທ່ານ​ຮາ​ຊັນ ຣູ​ຮາ​ນີ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ທິ​ບໍ​ດີ​ອີ​ຣານ​ຊຸດ​ທີ 12
2017-05-21 14:26:26  cri 
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 20 ພຶດ​ສະ​ພາ​ນີ້​, ທ່ານ​ອັບ​ໂດ​ເຣ​ຈາ ຣະ​ມະ​ນີ ຟັ​ສ​ລີ ລັດ​ຖະ​ມົນ​ຕີກະ​ຊວງ​ພາຍ​ໃນ​ອີ​ຣານປະ​ກາດວ່າ, ທ່ານ​ຮາ​ຊັນ ຣູ​ຮາ​ນີ ປະ​ທານ​າ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ຊຸດ​ທີ 12.

ທ່ານ​ຟັ​ສ​ລີ ​ປະ​ກາດວ່າ, ທ່ານ​ຮາ​ຊັນ ຣູ​ຮາ​ນີ​ ໄດ້​ຮັບ​ຄະ​ແນນ​ສຽງ 23,549,616 ​ສຽງ, ອັດ​ຕາ​ໄດ້​ຮັບ​ຄະ​ແນນ​ສຽງ​ຄື 57%.

ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີ​ຣານ​ເທື່ອ​ນີ້​ລວມ​ໄດ້​ຮັບ​ບັດເລືອກ​ຕັ້ງ 41,220,131 ໃບ, ໃນ​ນັ້ນ​ມີ 40029730 ແມ່ນ​​ບັດ​ເລືອກ​ຕັ້ງ​ທີ່​ມີ​ສິດ​ບັງ​ຄັບ​ໃຊ້, ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ເທື່ອ​ນີ້​ທັງ​ໝົດ​ມີ 56 ລ້ານ​ຄົນ​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ.

ກົດ​ໝາຍ​ອີ​ຮານ​ກຳ​ນົດ​ໄວ້​ວ່າ: ປະ​ທາ​ນາ​ທິ​ບໍ​ດີ​ກຳ​ເນີດ​ຈາກ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໂດຍ​ກົງ​ຂອງ​ປະ​ຊາ​ຊົນ, ຜູ້​ທີ່​ໄດ້​ຮັບ​​ຄະ​ແນນ​ສຽງຫຼາຍກວ່າ​ເຄິ່ງ​ໜຶ່ງ​ກໍ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ.​ຖ້າ​ຫາກ​​ໃນການ​ປ່ອນ​ບັດ​ຮອບ​ທຳ​ອິດ​ບໍ່​ມີ​ຄົນ​ໄດ້​ຮັບ​ຄະ​ແນນ​ສຽງ​ກາຍ​ເຄິ່ງ​ໜຶ່ງ, ຈະ​ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສອງ​ຄົນ​ທີ່​ໄດ້​ຮັບ​ຄະ​ແນນ​ສຽງຫຼາຍ​ກວ່າ​ໝູ່​ນັ້ນ​ແຂ່ງ​ຂັນ​ເປັນ​ຮອບ​ທີ​ສອງ ແລະ​ຜູ້​ທີ່​ໄດ້​ຮັບ​ໄຊ​ຊະ​ນະ​ຕ້ອງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ຜູ້​ນຳ​ສູງ​ສຸດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ