ຕາມຂ່າວ CRI: ຕອນບ່າຍວັນທີ 20 ພຶດສະພານີ້, ທ່ານອັບໂດເຣຈາ ຣະມະນີ ຟັສລີ ລັດຖະມົນຕີກະຊວງພາຍໃນອີຣານປະກາດວ່າ, ທ່ານຮາຊັນ ຣູຮານີ ປະທານາທິບໍດີຄົນປັດຈຸບັນໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີຣານຊຸດທີ 12.
ທ່ານຟັສລີ ປະກາດວ່າ, ທ່ານຮາຊັນ ຣູຮານີ ໄດ້ຮັບຄະແນນສຽງ 23,549,616 ສຽງ, ອັດຕາໄດ້ຮັບຄະແນນສຽງຄື 57%.
ການເລືອກຕັ້ງທົ່ວໄປຂອງອີຣານເທື່ອນີ້ລວມໄດ້ຮັບບັດເລືອກຕັ້ງ 41,220,131 ໃບ, ໃນນັ້ນມີ 40029730 ແມ່ນບັດເລືອກຕັ້ງທີ່ມີສິດບັງຄັບໃຊ້, ການເລືອກຕັ້ງປະທານາທິບໍດີອີຣານເທື່ອນີ້ທັງໝົດມີ 56 ລ້ານຄົນມີສິດປ່ອນບັດເລືອກຕັ້ງ.
ກົດໝາຍອີຮານກຳນົດໄວ້ວ່າ: ປະທານາທິບໍດີກຳເນີດຈາກການປ່ອນບັດເລືອກຕັ້ງໂດຍກົງຂອງປະຊາຊົນ, ຜູ້ທີ່ໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງກໍຈະໄດ້ຮັບໄຊຊະນະ.ຖ້າຫາກໃນການປ່ອນບັດຮອບທຳອິດບໍ່ມີຄົນໄດ້ຮັບຄະແນນສຽງກາຍເຄິ່ງໜຶ່ງ, ຈະໃຫ້ຜູ້ສະໝັກຮັບເລືອກຕັ້ງສອງຄົນທີ່ໄດ້ຮັບຄະແນນສຽງຫຼາຍກວ່າໝູ່ນັ້ນແຂ່ງຂັນເປັນຮອບທີສອງ ແລະຜູ້ທີ່ໄດ້ຮັບໄຊຊະນະຕ້ອງໄດ້ຮັບການແຕ່ງຕັ້ງຈາກຜູ້ນຳສູງສຸດ.