ຈັດ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ·ກິດ​ຈະ​ກຳມອບ​ແສງ​ສະ​ຫວ່າງ​ດ້ວຍ​ຄວາມເມດ​ຕາຂອງ​ຊາວ​ຈີນ​ຕ່າງ​ດ້າວ" ຢູ່​ມຽນ​ມາ
2017-05-21 15:38:53  cri 
"ກິດ​ຈະ​ກຳໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ·ມອບ​ແສງ​ສະ​ຫວ່າງ​ດ້ວຍ​ຄວາມ​ເມດ​ຕາ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ" ເລີ່ມ​ປະ​ຕິ​ບັດ​ຢູ່​ນະ​ຄອນ​ຢາງ​ກຸ້ງ​ເຊິ່ງ​ເປັນ​ເມືອງ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ມຽນ​ມາ​ໃນ​ວັນ​ທີ 20 ພຶດ​ສະ​ພາ​ນີ້, ​ໂດຍ​ມີ​ແຜນຈະ​ຜ່າ​ຕັດ​ໃຫ້​ແກ່ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ 200 ຄົນ​ທີ່​ທຸກ​ຍາກ​ຂອງ​ທ້ອງ​ຖິ່ນ.

ກິດ​ຈະ​ກຳ​ເທື່ອ​ນີ້​​ຈັດ​ຂຶ້ນ​ໂດຍ​ມູນ​ນິ​ທິສາ​ທາ​ລະ​ນະ​ປະ​ໂຫຍດ​ຊາວ​ຈີນ​ຕ່າງ​ດ້າວ​, ສະ​ມາ​ຄົມ​ຊາວ​ຈີນ​ຕ່າງ​ດ້າວ​ແຂວງ​ຢຸນ​ນານ, ​ແລະໂຮງ​ໝໍ​​ຕາ​ໄອ້​ເອີ​. ຫຼັງ​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຢາງ​ກຸ້ງໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ແລ້ວ, ໜ່ວຍ​ປິ່ນ​ປົວ​ທີ່​ມາ​ຈາກ​ໂຮງ​ໝໍ​ຕາ​ໄອ້​ເອີເມືອງ​ຄຸນ​ມິງ​ໄດ້​ຜ່າ​ຕັດ​ໃຫ້​ແກ່​ຄົນ​ເຈັບ 40 ກວ່າ​ຄົນ​ໃນ​ມື້​ດັ່ງ​ກ່າວ.

"ກິດ​ຈະ​ກຳມອບ​ແສງ​ສະ​ຫວ່າງ​ດ້ວຍ​ຄວາມ​ເມດ​ຕາ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ" ແມ່ນ​​ໜຶ່ງ​ໃນ​ໂຄງ​ການ​ສາ​ທາ​ລະ​ນະປະ​ໂຫຍດ​ຂອງ​ສະ​ມາ​ຄົມ​ຊາວ​ຈີນ​ຕ່າງ​ດ້າວ, ເລີ່ມ​ຈັດ​ຂຶ້ນເມື່ອ​ປີ 2005 ​ແລະມາ​ຮອດ​ປັດ​ຈຸ​ບັນ, ໄດ້​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ທີ່​ທຸກ​ຍາກ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ໝື່ນກວ່າ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ