ກຳ​ປູ​ເຈຍ​ເລີ່ມ​ຈັດ​ການ​ເລືອກຕັ້ງ​ລະ​ດັບ​ຕາ​ແສງ​ແລະ​ເຂດ​ຊຸດ​ທີ 4
2017-05-21 15:40:36  cri 
ການ​ໂຄ​ສະ​ນາ​ຫາ​ສຽງ​ການ​ເລືອກ​ຕັ້ງ​​ຂັ້ນ​ຕາ​ແສງ​ແລະ​ເຂດຊຸດ​ທີ 4 ຂອງ​ກຳ​ປູ​ເຈຍ​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 14 ວັນ​ນັ້ນ​ໄດ້​ເລີ່ມ​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ພຶດ​ສະ​ພາ​ນີ້.

ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໄດ້​ຈັດ​ງານ​​ໂຮມຊຸມ​ນຸມ​ໝື່ນ​ຄົນ, ສົມ​ເດັດ​ໄຊຈຸມ ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນ​ໄດ້​ເປັນ​ປະ​ທານ​ຈັດ​ພິ​ທີ​​ໂຄ​ສະ​ນາຫາ​ສຽງ​ໂດຍ​ກ່າວ​ວ່າ, ການ​ໂຄ​ສະ​ນາ​ຫາ​ສ​ຽງ​ຂອງ​ການເລືອກ​ຕັ້ງ​​ທ້ອງ​ຖິ່ນ​ເ​ທື່ອ​ນີ້​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 2 ມິ​ຖຸ​ນາ, ໃນ​ໄລ​ຍະ​​ນີ້, ພັກ​ປະ​ຊາ​ຊົນ​ແລະ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ຕົນ​ຈະ​ຕິດ​ຕໍ່​ພົວ​ພັນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໂດຍ​ກົງ, ແລະ​ໂຄ​ສະ​ນານະ​ໂຍ​ບາຍ​ຂອງ​ພັກ​ຕົນ. ​ແນວ​ໃດ​ກໍ​ດີ, ເຊື່ອ​ວ່າ​ພັກ​ປະ​ຊາ​ຊົນ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ເດືອນ​ໜ້າຄັ້ງ​ນີ້.

​ສ່ວນໂຄ​ສົກ​ພັກ​ກູ້​ຊາດ​ກຳ​ປູ​ເຈຍ​ເຊິ່ງ​ເປັນ​ພັກ​ບໍ່​​ກຳອຳ​ນາດ​ກ່າວ​ວ່າ, ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 14 ວັນ​ເທື່ອ​ນີ້, ພັກ​ຕົນ​ວາງ​ແຜນ​ຈະ​ໃຊ້ 3 ລ້ານ​ໂດ​ລາ​​ສະ​ຫະ​ລັດ, ທຶນ​ດັ່ງ​ກ່າວ​ແມ່ນ​​ບໍ​ລິ​ຈາກ​ໂດຍ​ຜູ້​ສະ​ໜັບ​ສະ​ໜູນ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ. ​ຂະ​ນະ​ດຽວ​ກັນ​ສຳ​ນັກພັກ​ກູ້​ຊາດ​ໃນ 25 ແຂວງ​ແລະ​​ນະ​ຄອນ​ຈະ​ຮັບ​ຜິດ​ຊອບຄ່າ​ໃຊ້​ຈ່າຍ​​ດ້ານ​ການ​ໂຄ​ສະ​ນາຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ