ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ຈະ​ແຕ່ງ​ຕັ້ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເປັນ​ຜູ້​ຍິງ​​ຄົນທຳ​ອິດ
2017-05-22 10:38:44  cri 
ວັນ​ທີ 21 ພຶດ​ສະ​ພາ​ນີ້, ທ່ານ ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ໄດ້​ສະ​ເໜີ​ລາຍ​ຊື່​ແລະແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ຫຼາຍ​ທ່ານ ເຊິ່ງ​ໜຶ່ງ​ໃນ​ນີ້​ມີ​ທ່ານ​ນາງ ຄາງ​ກິງ​ຮ​ວາ ຕິດ​ໃນ​ລາຍ​ຊື່​ເປັນ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະຖ້າທ່ານໄດ້​ຮັບ​ການ​ແຕ່ງ​ຕັ້ງ​ ກໍຈະ​ກາຍ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຜູ້​ຍິງ​​ຄົນ​ທຳ​ອິດ​ຂອງ ສ.ເກົາ​ຫຼີ.

ທ່ານ​ນາງ ຄາງ​ກິງ​ຮ​ວາ ເກີດ​ເມື່ອ​ປີ 1955, ປັດ​ຈຸ​ບັນ​ໄດ້ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ທີ່​ປຶກ​ສາ​​ບັນ​ຫາ​ນະ​ໂຍ​ບາຍຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ​ຈາກຜົນ​ງານ​ແລະ​ຄວາມ​ສາ​ມາດ​ໃນ​ການ​ພົວ​ພັນ​ກັບ​​ບຸກ​ຄົນສຳ​ຄັນ​ທ່ານ​ອື່ນ​ໆຂອງ​ທ່ານ​ນາງ ຄາງ​ກິງ​ຮ​ວາ ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​​ແລ້ວ, ທ່ານ ມູນ​ເຈ​ອິນ ໄດ້​ຕີ​ລາ​ຄາ​ສູງ​ແລະ​ຫວັງ​ຈະ​ດຶງ​ທ່ານ​ໃຫ້​ເຂົ້າ​ມາຮັບ​ມື​ກັບ​ບັນ​ຫາ​ການ​ຕ່າງ​ປະ​ເທດ.

​ໃນ​ມື້​ດຽວ​ກັນ​ກໍ​ໄດ້​ແຕ່ງ​ຕັ້ງທ່ານ ຈຸງ​​ອີໂຢງ ​ເປັນຫົວ​ໜ້າ​ຫ້ອງ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ, ທ່ານ ຈາງ​ຮາ​ຊຸງ ​ເປັນຫົວ​ໜ້າ​ຫ້ອງ​ການ​ນະ​ໂຍ​ບາຍ​ແລະ​ທ່ານ​ອື່ນໆ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ