ເສດ​ຖະ​ກິດ​ມາ​ເລ​ເຊຍ​ໃນ​ໄຕ​ມາດ​ທຳ​ອິດ​​ປີ​ນີ້​ເພີ່ມ​ຂຶ້ນ 5,6%
2017-05-22 11:07:47  cri 
ເນື່ອງ​ຈາກ​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ຈາກ​ຄວາມ​ຕ້ອງ​ການ​ພາຍ​ໃນ​ກໍ​ຄືການ​ລົງ​ທຶນ​ແລະ​ການ​ບໍ​ລິ​ໂພກ​ສ່ວນ​​ບຸກ​ຄົນ​ສົ່ງ​ຜົນ​ເຮັດ​ໃຫ້ເສດ​ຖະ​ກິດ​ມາ​ເລ​ເຊຍ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ເພີ່ມ​ຂຶ້ນ 5,6%. ທ່ານ ມູ​ຮຳ​ມັດ ອິບ​ຣາ​ຮີມ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ແຫ່ງ​ຊາດ​ມາ​ເລ​ເຊຍ​ຊີ້​ໃຫ້​ເຫັນ​ວ່າ:ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທຳ​ອິດ​ທີ່​ຜ່ານ​ມາ​ຄື​ຜົນ​ງານທີ່​ດີ​ທີ່​ສຸດ​ນັບ​ແຕ່​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2015 ເປັນ​ຕົ້ນ​ມາ ໂດຍ​ໃນ​ໄລ​ຍະ​ດັ່ງ​ກ່າວ, ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 7,7% ແລະ ການ​ໃຊ້​ຈ່າຍ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​​ກໍ​​ມີ​ທ່າ​ອ່ຽງ​​ພັດ​ທະ​ນາ​ໄປ​ໃນ​ທາງ​ທີ່​ດີ.

ທ່ານ ມູ​ຮຳ​ມັດ ອິບ​ຣາ​ຮີມ ກ່າວ​ໃນການ​ຖະ​ແຫຼງຂ່າວ​ຫວ່າງມໍ່​ໆ​ນີ້​ວ່າ: ຖ້າ​ໃນ​ໄຕ​ມາດ​ຕໍ່​ໄປ, ຄວາມ​ຕ້ອງ​ການ​ພາຍ​ໃນ​ເປີດກວ້າງອອກ​ຢ່າງ​ຕໍ່​ເນື່ອງ ແລະ ການ​ສົ່ງ​ອອກເພີ່ມ​ຂຶ້ນ ກໍ​ຄື​ການ​ຮັກ​ສາ​ອັດ​ຕາໄພ​ເງິນ​ເຟີ້​ໄວ້​ໄດ້​ຢ່າງ​ເໝາະ​ສົມ ກໍ​ຈະ​ເຮັດ​ໃຫ້ເສດ​ຖະ​ກິດ​ໃນ​ປີ​ນີ້​​ເຕີບ​ໂຕ​ແຕ່ 4,3% ຫາ 4,8%. ເນື່ອງ​ຈາກ​ເສດ​ຖະ​ກິດ​​ມາ​ເລ​ເຊຍ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ ແລະ ຫຼາຍກວ່າ​ຄາດ​ໝາຍ​ຂອງ​ຕະ​ຫຼາດ 4,8% ດັ່ງນັ້ນ,ນັກ​ເສດ​ຖະ​ສາດ​ໄດ້​ອອກ​ມາ​ກ່າວ​ຢ້ຳວ່າ​ຈະ​ປັບ​ຄາດ​ໝາຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ປີ​ນີ້​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ