APEC ພ້ອມ​ເພີ່ມ​ການ​ເຊື່ອມ​ຈອດ​ການ​ຄ້າ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຕ່າງໆ
2017-05-22 14:24:56  cri 
ວັນ​ທີ 21 ພຶດ​ສະ​ພາ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​​ນັກ​ຂ່າວ​ຢູ່​ນະ​ຄອນ​ຫຼວງ​ຮາ​ໂນ້ຍ ສ​ສ ຫວຽດ​ນາມ, ທ່ານ​ຫວາງ​ໂຊ້​ເຫວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ຄັ້ງ​ທີ 23 ຂອງ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຫຼື APEC ທີ່​ຈັດ​ຂຶ້ນ​ຢູ່​ຮາ​ໂນ້ຍ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 21 ພຶດ​ສະ​ພາ​ນີ້​ໄດ້​ຮັບ​ຮອງ​ເອົາ 5 ດ້ານ​ທີ່​ສຳ​ຄັນ​ຢູ່​ພື້ນ​ຖານ​ໃຫ້​ເປີດ​ການ​ຮ່ວມ​ມື​ແລະ​ເຊື່ອມ​ຕໍ່​ກັນ.

​ຜູ້​ແທນກອງ​ປະ​ຊຸມ​ດັ່ງ​ກ່າວ​ເຫັນ​ພ້ອມ​ການ​ຊຸກ​ຍູ້​ເສ​ດ​ຖະ​ກິດ​ຂອງ​ພາກ​ພື້ນ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ, ​ເລັ່ງ​ສົ່ງ​ເສີມເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ​ຕື່ມ​ອີກ, ສະ​ໜັ​ບ​ສະ​ໜູນ​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ຄ້າ​ເຊື່ອມ​ຈອດ​ກັນ, ປຶກ​ສາ​ຫາ​ລື​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ແບບ​ຍືນ​ຍົງ, ປະ​ດິດ​ສ້າງ​ແລະກວມ​ລວມ, ຍົກ​ສູງ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ແລະ​ຫົວ​ຂໍ້​ອື່ນໆ, ແລະ​ທີ່​ສຳ​ຄັນ​ໄດ້​ຍົກ "ວິ​ໄສ​ທັດ​ຫຼັງ​ປີ 2020" ຂຶ້ນ​ເປັນ​ວາ​ລະ​ຂອງ​ການ​ປຶກ​ສາ.

ທ່ານ​ຫວາງ​ໂຊ້​ເຫວີນ​ກ່າວ​ວ່າ, "ໝາກ​ຜົນ​ເຫຼົ່າ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງ​ລະ​ດັບ​ການ​ຄ້າ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​​ດ້ານ​ການ​ຄ້າ​ລະ​ຫວ່າງ​ກຸ່ມ​ເສດ​ຖະ​ກິດ​ຕ່າງໆ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ