ວັນທີ 21 ພຶດສະພານີ້ໃນໂອກາດໃຫ້ສຳພາດນັກຂ່າວຢູ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ, ທ່ານຫວາງໂຊ້ເຫວີນ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ, ກອງປະຊຸມລັດຖະມົນຕີການຄ້າຄັ້ງທີ 23 ຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC ທີ່ຈັດຂຶ້ນຢູ່ຮາໂນ້ຍແຕ່ວັນທີ 20 ຫາວັນທີ 21 ພຶດສະພານີ້ໄດ້ຮັບຮອງເອົາ 5 ດ້ານທີ່ສຳຄັນຢູ່ພື້ນຖານໃຫ້ເປີດການຮ່ວມມືແລະເຊື່ອມຕໍ່ກັນ.
ຜູ້ແທນກອງປະຊຸມດັ່ງກ່າວເຫັນພ້ອມການຊຸກຍູ້ເສດຖະກິດຂອງພາກພື້ນໃຫ້ເຊື່ອມໂຍງເຂົ້າກັນ, ເລັ່ງສົ່ງເສີມເຂດການຄ້າເສລີອາຊີປາຊີຟິກຕື່ມອີກ, ສະໜັບສະໜູນກົນໄກການຄ້າຫຼາຍຝ່າຍ, ຊຸກຍູ້ການຄ້າເຊື່ອມຈອດກັນ, ປຶກສາຫາລືຊຸກຍູ້ໃຫ້ເສດຖະກິດເຕີບໂຕແບບຍືນຍົງ, ປະດິດສ້າງແລະກວມລວມ, ຍົກສູງຄວາມສາມາດການແຂ່ງຂັນແລະການປະດິດສ້າງໃໝ່ຂອງວິສາຫະກິດຂະໜາດກາງແລະນ້ອຍແລະຫົວຂໍ້ອື່ນໆ, ແລະທີ່ສຳຄັນໄດ້ຍົກ "ວິໄສທັດຫຼັງປີ 2020" ຂຶ້ນເປັນວາລະຂອງການປຶກສາ.
ທ່ານຫວາງໂຊ້ເຫວີນກ່າວວ່າ, "ໝາກຜົນເຫຼົ່ານີ້ຈະມີຜົນດີຕໍ່ການຍົກສູງລະດັບການຄ້າ, ເພີ່ມທະວີການເຊື່ອມຈອດດ້ານການຄ້າລະຫວ່າງກຸ່ມເສດຖະກິດຕ່າງໆ"