ກອງທັບ​​ອາ​ຊຽນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ
2017-05-22 16:48:02  cri 
ຕາມ​ຂ່າວສານ​ຈີນ:ກອງທັບ​ຟິລິບ​ປິນຖະ​ແຫຼງ​ໃນ​ວັນ​ທີ 21 ພຶດສະພາ​ນີ້​ວ່າ,ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ທີ່​​ເປັນ​ໄພຂົ່ມ​ຂູ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ພາກ​ພື້ນ.
ທ່ານ​ອາ​ເຣວາ​ໂລ ຫົວໜ້າ​ຫ້ອງການ​ວຽກ​ງານ​ປະຊາ​ສຳພັນ​ກອງ​ທັບ​ຟິລິບ​ປິນ​ເປີດ​ເຜີຍ​ໃນ​ວັນ​ທີ 21 ພຶດສະພາ​ນີ້​ວ່າ,​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງການ​ຮ່ວມ​ສະບັບ​ໜຶ່ງ​​ຫວ່າງ​ມໍ່ໆ​ນີ້​ໂດຍ​ປະກາດ​ວ່າ​ຈະ​ເພີ່ມ​ທະວີ​ກາ​ນຊ້ອມ​ຮົບ​ຮ່ວມ,ການ​ຊ່ວຍ​ເຫຼືອມະນຸດ​ສະ​ທຳ​ແລະ​ການ​ສ້າງ​ຂີດ​ຄວາມ​ສາມາດ​​ໃນ​ການກູ້​ໄພ.
ຂະນະ​ດຽວ​ກັນ,ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນຍັງ​ຈະ​ສະ​ແຫວ​ງຫາ​ການ​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ເພື່ອ​ສ້າງ​ກົນ​​ໄກກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ໃນ​ລະດັບ​ເສນາ​ທິການ​ສູງ​ສຸດ​ກອງທັບ​ປະ​ເທດ​ອາ​ຊຽນ​ໃຫ້​ຫັນເປັນ​ທາງ​ການ​ເພື່ອ​ຕໍ່​ຕ້ານ​ແນວ​ຄິດ​ກໍ່​ການ​ຮ້າຍ​ທີ່​ຟື້ນ​ຕົວ​ຂຶ້ນ​ແລະຈະ​ປະສານ​ງານ​ໃນ​ການ​ຮັບ​ມື​ກັບ​ການ​ຂົ່ມຂູ່​ໃນ​ຮູບ​ການ​ໃໝ່​ທີ່​ບໍ່​ແມ່ນ​ແບບ​ດັ້ງ​ເດີມ​ເຊັ່ນ​ເຫດການ​ໄພພິບັດ​ແລະ​ອື່ນໆ​ໃຫ້​ແຂງ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ