ປີ 2017 ລາວ​ຈະ​ຈັດ​ການ​ແຂ່ງຂັນ​​ບານ​ສົ່ງ​ຊິງ​ແຊ໊ມ
2017-05-22 16:35:38  cri 
ສະຫະພັນ​ບານ​ສົ່ງ​ແຫ່ງ​ຊາດລາວ​​ເປີດ​ເຜີຍ​ໃນ​ວັນ​ທີ 21 ພຶດສະພາ​ນີ້​ວ່າ,ພ້ອມຈັດການ​ແຂ່ງຂັນ​ບານ​ສົ່ງ​ລະດັບ​ຊາດ​ແລະ​ລະດັບ​ສາກົນ​ໃນ​ປີ 2017 ນີ້​ເຊັ່ນ​ໃນ​ເດືອນ​ກໍລະກົດ​ຈະ​ແຂ່ງຂັນບານ​ສົ່ງ​ຊິງ​ຂັນ​ລັດຖະມົນ​ກະຊວງການ​ສຶກສາ​ແລະ​ກິລາ​ແລະ​ແຂ່ງ​ຂັນ​ບານ​ສົ່ງ​ຫາດ​ຊາຍ​ U19 ອາຊີ​ຊິງ​ແຊ໊ມໃນ​ທ້າຍ​ປີ​ນີ້.
ທ່ານ​ອິນທະ​ພອນ ​​ແສງ​ສະຫວ່າງ ຄູ​ເຝິກ​​ບານ​ສົ່ງ​ຍິງ​ສປປລາວ​ກ່າວ​ວ່າ,ປະ​ເທດ​ຕົນ​ຈະ​ສ້າງ​ໂອກາດ​ໃຫ້​ນັກ​ກິລາ​ທີ່​ເຂົ້າ​ຮ່ວມ​​ແຂ່ງຂັນ​ສາມາດ​ຍົກລະດັບ​ຂອງ​ຕົນ​ຢ່າງ​ເຕັມທີ່​ແລະ​ມາ​ເຖິງ​ປັດຈຸບັນ,ກະຊວງ​ປ້ອງ​ກັນ​ປະ​ເທດ,ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແລະ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ໄດ້​ຢືນຢັນ​ຈະ​ເຂົ້າ​ຮ່ວມ​​ແຂ່ງຂັນ​ບານ​ສົ່ງ​ຊິງ​ຂັນ​ລັດຖະມົນຕີ​ກະຊວງການ​ສຶກສາ​ແລະ​ກິລາ​ແລ້ວ.
ທ່ານ​ອິນທະ​ພອນ​ຍັງ​ກ່າວ​ຕື່ມ​ວ່າ,ການ​​ແຂ່ງຂັນ​ບານ​ສົ່ງ​ຫາດ​ຊາຍ​ U19 ຊິງ​ແຊ໊ມອາຊີ​ຄັ້ງ​ທີ​ສອງ​ຈະ​ຈັດ​ຂຶ້ນ​ຢູ່​ຫາດ​ຊາຍ​ແມ່​ນ້ຳ​ຂອງ​ນະຄອນຫຼວງວຽງ​ຈັນ​ໂດຍ​ນັກ​ກິລາບານ​ສົ່ງ​ຫາດ​ຊາຍທັງ​ຊາຍ​ແລະ​​ຍິງ​ຂອງ​ປະ​ເທດ​ຕົນ​ຈະ​ແຂ່ງຂັນ​ກັບ​ນັກ​ກິລາ​ປະ​ເທດ​ອ້ອມ​ຂ້າງ​ທີ່​ເຂົ້າ​ຮ່ວມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ