ຈີນ​​ແລະ​ອາຣັບຈະ​ຈັດ​​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ລະບົບນຳ​ທາງ​ເປີ​ຍ​ໂຕ່ວ
2017-05-22 16:48:56  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຫ້ອງການ​ຄຸ້ມ​ຄອງ​ລະບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ຈີນ​ໃຫ້​ຮູ້​ວ່າ,ຈີນ​ແລະ​ອາຣັບຈະ​ຈັດ​​ເວທີ​ປຶ​ກສາ​ຫາລື​ການ​ຮ່ວມ​ມື​ລະບົບ​ນຳ​ທາງ​ເປີ​ຍ​ໂຕ່ວຄັ້ງ​ທຳ​ອິດ​ຢູ່​ຊຽງ​ໄຮ​ໃນ​ວັນ​ທີ 24 ພຶດສະພາ​ນີ້.
​ເວທີ​ປຶກສາ​ຫາລືດັ່ງກ່າວຈະ​ນຳ​​ໃຊ້​ຫຼາຍວິທີ​ເປັນ​ຕົ້ນ​ກອງ​ປະຊຸມ,ການ​ວາງສະ​ແດງ,ການ​ອົບຮົມ​ແລະ​ການ​​ແລກປ່ຽນ​​ລວມທັງ​ສຸມ​ໃສ່​​ການ​ຜະລິດ,ການ​ສຶກສາ​ຄົ້ນຄວ້າ​ແລະ​ການ​ນຳ​ໃຊ້​ລະບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ຂອງ​ຈີນ​ແລະ​ອາຣັບ​ຂະນະ​ດຽວ​ກັນ​ກໍ​ຈະ​ພິຈາລະນາ​ໂຄງການ​ສ້າງ​ລະບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີ​ຍ​ໂຕ່ວຢູ່​​ອາຣັບຕື່ມ​ອີກ.
ທ່າ​ນຢາງ​ສາງ​​ເຟີ​ງ ນັກ​ອອກ​ແບບ​ໃຫຍ່​ລະບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີ​ຍ​ໂຕ່ວຈີນ​ກ່າວ​ວ່າ,​ຫຼັງມີ​ການ​ແລກປ່ຽນ​ໃນ​ປັດຈຸບັນ​​ແລ້ວຈຶ່ງ​ເຫັນ​ວ່າ,ປະ​ເທດ​ອາຣັບມີ​ຄວາມ​ຕ້ອງການ​ຢ່າງ​ຮີບ​ດ່ວນ​​ໃນ​ດ້ານ​ຄວາມ​ໝັ້ນຄົງ​ທາງ​ສັງຄົມ,ການ​ຄົມມະນາຄົມ​ຈໍລະ​ຈອນ​ສິນຄ້າ,ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ,ການ​ວັດ​ແທກທີ່​ດິນ​,ກະສິກຳ​ທີ່​​ແນ່ນອນແລະ​ຕົວ​ເມືອງ​​ແບບ​ສະມາດ​ເປັນ​ຕົ້ນ​ເຊິ່ງຜົນ​ສຳ​ເລັດ​ໃນການ​ນຳ​ໃຊ້​ລະບົບ​ເປີ​ຍ​ໂຕ່ວຢູ່​ປະ​ເທດ​ຈີນຈະ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ເຫຼົ່ານີ້​ໄດ້​ແ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ