ປະ​ທານ​ປະ​ເທດ​ຫວຽດ​ນາມ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຄ້າຈີນ​ເຂົ້າ​ຢ້ຽມ​ຄຳ​ນັບ
2017-05-22 09:59:19  cri 

​ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 20 ເດືອນ​ນີ້, ທ່ານ​ເຈິນ​ດາຍກວາງ ປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຈຸ່ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໃນ​​ໃນ​ໂອ​ກາດ​ທີ່​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ອົງ​ການ​ຮ່ວ​ມ​ມື​ເສດ​ຖະ​ກິດ​ການ​ຄ້າ​ອາ​ຊີ​ປາ​ຊີ​ຟິກ​ ຫຼື ອາ​ເປັກ ຄັ້ງ​ທີ 23.

ທ່ານ​ຈຸ່ງ​ຊ່ານ​ກ່າວ​ວ່າ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ ແລະ​ໄດ້​ຮັບ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນນັ້ນ, ສ່ວນ​ໜຶ່ງ​ເປັນ​ຜົນ​ຈາກຫວຽດ​ນາມ​ໄດ້​ສະ​ໜັບ​ສະ​ໜູນ ແລະ​ເຂົ້າ​ຮ່ວມ​ "ຂໍ້​ລິ​ເລີ່ມ​ຊຸກ​ຍູ້​ການ​ຮ່ວມ​ມື​ການ​ຄ້າ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ​ຈາກ​ນີ້ ຈີນ​ຈະ​ຮ່ວມ​ກັບ​ຫວຽດ​ນາມ ພ້ອມ​ກັນ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ລະ​ຫວ່າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ "ສອງ​ແລວ​ທາງ​ໜຶ່ງວົງ" ແລະ​ການ​ສ້າງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຊາຍ​ແດນ ພ້ອມ​ທັງສະ​ໜັບ​ສ​ະ​ໜູນ​ຫວຽດ​ນາມ​ເປັນ​ເຈົ້າ​ພາບກອງ​ປະ​ຊຸມ​ອາ​ເປັກ 2017.

ທ່ານ​ເຈິນ​ດາຍກວາງ​ກ່າວ​ວ່າ, ຫວຽດ​ນາມ​ຍິນ​ດີ​ລົ​ງ​ເລິກ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ​ແລະ​ຫວຽດ​ນາມ​ຕື່ມ​ອີກ ແລະ​ເພີ່ມ​ທະ​ວີ​ການ ເຊື່ອມ​ຕໍ່ລະ​ຫວ່າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ "ສອງ​ແລວ​ທາງ​ໜຶ່ງວົງ" ແລະ​ການ​ສ້າງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຊາຍ​ແດນ. ​ທີ່​ສຳ​ຄັນ ຫວຽດ​ນາມກໍ​ພ້ອມ​ຈະ​​ເພີ່ມ​ທະ​ວີ​ການປະ​ສານ​ງານ​ກັບ​ຈີນ ເພື່ອ​ເປັນ​ເຈົ້າ​ພາບກອງ​ປ​ະ​ຊຸມ​ອາ​ເປັກ​ເປັນ​ຢ່າງ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ