ນັກ​ກິ​ລາ​ລົດ​ຖີບ​ຈີນ​ແລະ​ອາ​ຊຽນ​ຮ່ວມ​​ແຂ່ງ​ຂັນ​ຢູ່​​ເມືອງໜານ​ໜິງ
2017-05-22 11:10:22  cri 
ຕາມ​ຂ່າວ​ສານ​ຈີນ: ການ​ແຂ່ງ​ຂັນ​ລົດ​ຖີບໃນ​ສະ​ໜາມ​ກາງ​ແຈ້ງ​ຈີນ-ອາ​ຊຽນ 2017 ໄດ້​ຈັດ​ຂຶ້ນ​ຢູ່​ແຫຼ່ງ​ທ່ອງ​ທ່ຽວ​ໜອງ​ຕ້າຫຼຸງ​ເມືອງ​ໜານ​ໜິງ​ຈີນ​ໃນ​ວັນ​ທີ 21 ເດືອນ​ນີ້ ໂດຍນັກ​ກິ​ລາ​ລົດ​ຖີບ 343 ຄົນ​ຈາ​ກ​ຫວຽດ​ນາມ, ຟີ​ລິບ​ປິນ, ບ​ຣູ​ໄນ, ອິນ​ໂດ​ເນ​ເຊຍ, ​ຈີນແຜ່ນ​ດິນ​ໃຫຍ່ ແລະ​ເຂດ​ໄຕ້​ຫວັນ​ຈີນ​ໄດ້​ເຂົ້າ​ຮ່ວມ​​ແຂ່ງ​ຂັນ.

ທ່ານບ​ຣາ​ຕາ​ຣາ ນັກ​ກິ​ລາ​ອິນ​ໂດ​ເນ​ເຊຍ​ທີ່​​ປັດ​ຈຸ​ບັນ​ອາ​ຍຸ 51 ປີ ​ທັງເປັນ​ຄູ​ຝຶກ​ລົດ​ຖີບ​ພູ​ດອຍ ກ່າວ​ວ່າ, ຈີນ​ແລະ​ອາ​ຊຽນ​ມີ​ສາຍ​ພົວ​ພັນ​ນັບ​ມື້​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ກິ​ລາ ແລະ​ຈາກ​ນີ້​ຈິ່ງຫວັງ​ຈະ​ຮ່ວມ​ກັບຈີນ​ຈັດ​ການ​ແຂ່ງ​ຂັນ​ລົດ​ຖີບ​ຢູ່ສະ​ໜາມ​ກາງ​ແຈ້ງໃນ​ອະ​ນາ​ຄົດ ແລະ​ຮ່ວມ​ກັນ​ບຸກ​ເບີກ​ຕະຫຼາດ​​ລົດ​ຖີບ​ພູ​ດອຍ​ໃນ​ສາ​ກົນ.

ທ່ານຫຼູ​ເວີນ​ຢີ້ ຮອງ​ຫົວ​ໜ້າ​ພະ​ແນກ​ກິ​ລາ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ກ່າວ​ວ່າ, ໃນ​ຖາ​ນະ​ເປັນ​ເຂດ​ເຊື່ອມ​ຕໍ່​ທາງ​ພູມ​ສາດ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເຂດກວາງ​ຊີ​ພວມ​ພະ​ຍາ​ຍາມ​ສົ່ງ​ເສີມ​ທ່າ​ແຮງ​ດ້ານ​ກິ​ລາ​​ໃຫ້​ກ້າວ​ສູ່​ອາ​ຊຽນ ແລະຕໍ່​​ໜ້າ, ຈະ​ຫາ​ທຸກວິ​ທີ​ທາງ​ຈັດ​ການ​ແຂ່ງ​ຂັນ​​ໃນ​ລະ​ດັບສາ​ກົນ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ກິ​ລາ​ລົດ​ຖີບ​ຂອງ​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ