ຈີນ​ເຜີຍ​ແຜ່​ບົດ​ລາຍ​ງານ​ວຽກ​ງານ​ຂົ້ວ​ໂລກ​ໃຕ້​ເປັນ​ເທື່ອ​ທຳ​ອິດ
2017-05-23 10:29:41  cri 
ອົງ​ການທະ​ເລ​ແຫ່ງ​ຊາດ​ຈີນ​ໄດ້​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 22 ພຶດ​ສະ​ພາ​ນີ້​​ວ່າ:​ເປັນ​ເທື່ອ​ທຳ​ອິດ​ທີ່​ລັດ​ຖະ​ບານ​ຈີນ​ເຜີຍ​ແຜ່ "​​ບົດ​ລາຍ​ງານ​ວຽກ​ງານ​ຂົ້ວ​ໂລກ​ໃຕ້ຂອງ​ຈີນ"​ໂດຍ​ໄດ້​ທົບ​ທວນ​ຄືນ​ຜົນ​ສຳ​ເລັດ​ການ​ພັດ​ທະ​ນາ​ວຽກ​ງານ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນຕະຫຼອດ​ໄລ​ຍະ 30 ກວ່າ​ປີ​ຜ່ານ​ມາ​ຢ່າງ​ຮອບ​ດ້ານ. ນັບ​ແຕ່​ຈີນ​ສົ່ງ​​ໜ່ວຍສຳຫຼວດ​ວິ​ທະ​ຍາ​ສາດ​ໄປ​ຂົ້ວ​ໂລກ​ໃຕ້​ເປັນ​ເທື່ອ​ທຳ​ອິດ​ເມື່ອ​ປີ 1984 ເປັນ​ຕົ້ນ​ມາ​ກໍ​ປະ​ສົບຜົນ​ສຳ​ເລັດ​ທີ່​ສຳ​ຄັນຫຼາຍ​ດ້ານເປັນ​ຕົ້ນ ການ​ກໍ່​ສ້າງ​ພື້ນ​ຖານ,ການ​ຄົ້ນ​ຄວ້າ​ວິ​ທະ​ຍ​າ​ສາດ,ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ,ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສາ​ກົນ​ແລະ​ອື່ນໆ.

ບົດ​ລາຍ​ງານ​ລະ​ບຸ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ຊຸກ​ຍູ້​ການ​ສ້າງ​ລະ​ບຽບສາ​ກົນ​ຂົ້ວ​ໂລກ​ໃຕ້​ທີ່​ມີ​ຄວາມ​ຍຸ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ ທັງ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ມວນ​ມະ​ນຸດ​ຢູ່​ຂົ້ວ​ໂລກ​ໃຕ້​ເພື່ອ​ປະ​ກອບ​ສ່ວນ​​ໃໝ່​ແລະ​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ສົ່ງ​ເສີມ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຂົ້ວ​ໂລກ​ໃຕ້​ກໍ​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ