ເກີດ​ເຫດ​ລະ​ເບີດ​ຢູ່​ໂຮງ​ໝໍ​ພະ​ມົງ​ກຸດນະ​ຄອນ​ຫຼວງ​ບາງກອກ​ໄທ
2017-05-23 10:50:33  cri 
ສື່ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 22 ພຶດ​ສະ​ພາ​ນີ້​ວ່າ: ຕອນ​ເຊົ້າ​ມື້​​ດັ່ງ​ກ່າວ​ໄດ້​ເກີດ​ເຫດ​ລະ​ເບີດ​ຢູ່ໂຮງ​ໝໍ​ພະ​ມົງ​ກຸດນະ​ຄອນ​ຫຼວງ​ບາງກອກ​ ເຊິ່ງ​ເຫດ​ດັ່ງ​ກ່າວ​ໄດ້ເຮັດ​ໃຫ້​ປະ​ຊາ​ຊົນ 25 ຄົນ​ບາດ​ເຈັບ.

​ໜັງ​ສື​ພິມ Thai Rath ຂອງ​ໄທ​ລາຍ​ງານ​​ວ່າ: ​ເວ​ລາ​ປະ​ມານ 11 ໂມງ​ຂອງ​ຕອນ​ເຊົ້າ​ວັນ​ທີ 22 ພຶດ​ສະ​ພາ​ນີ້, ໄດ້​ເກີດ​ເຫດ​ລະ​ເບີດຢູ່​​ຫ້ອງ​ຈ່າຍຢາ​ຂອງ​ໂຮງ​ໝໍ​​ພະ​ມົງ​ກຸດ, ເຮັດ​ໃຫ້​ປະ​ຊາ​ຊົນ 25 ຄົນ​ບາດ​ເຈັບ.  ຂະ​ນະ​ທີ່ໜັງ​ສື​ພິມ Nation ຂອງ​ໄທ​ກໍ​ລາຍງານ​ວ່າ: ໃນ​​ຜູ້​ບາດ​ເຈັບ ​ມີ 10 ຄົນແມ່ນທະ​ຫານ​ບຳ​ນານ​ທີ່​ລໍ​ຖ້າຮັບ​ຢາ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ​ກ່າວ​ວ່າ​ເຫດ​ລະ​ເບີດ​ດັ່ງ​ກ່າວ​ແມ່ນເຈຕະ​ນາ​ຂອງ​ຜູ້​ບໍ່​ຫວັງ​ດີ​ແລະ​ຍັງ​ຢູ່​ໃນ​ໄລ​ຍະ​ສືບ​ສວນ​ແລະ​ນີ້​ແມ່ນ​ເຫດລະ​ເບີດ​ຄັ້ງ​ທີ 3 ທີ່​ເກີດ​ຂຶ້ນ​ຢູ່​ບາງກອກ​ໃນ​ສອງ​ເດືອນ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ