ອີ​ຣັກ​ສະ​ໜັບ​ສະ​ໜູນການ​ແກ່​ຍາວເວ​ລາ​ຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ດິບ​ຂອງ OPEC ອີກ 9 ເດືອນ
2017-05-23 16:27:53  cri 
ວັນ​ທີ 22 ພຶດ​ສະ​ພາ​ນີ້, ທ່ານ​ອັບ​ດຸນ ຄາ​ຣິມ​ ລູ​ໄອ​ບີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ອີ​ຣັກ​ກ່າວ​ວ່າ: ໄດ້​ສະ​ໜັບ​ສະ​ໜູນ​ການ​ແກ່​ຍາວເວ​ລາ​​ປະ​ຕິ​ບັດ​ສັນ​ຍາ​ວ່າ​ດ້ວຍ​ການ​ຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ດິບ​ຂອງ​ອົງ​ກາ​ນ​ປະ​ເທດ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ​ຫຼື OPEC​ ອີກ 9 ເດືອນ.

ການ​ສະ​ໜັບ​ສະ​ໜູນ​ດັ່ງ​ກ່າວ​ເກີດ​ຂຶ້ນ​ຫຼັງທ່ານ ລູ​ໄອ​ບີ ໄດ້​ພົບ​ປະເຈ​ລະ​ຈາ​ກັບ​ທ່ານ​ ຄາ​ລິດ ໂອ ຟາ​ລີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ອາ​ຣັບ​ບີ ​ຊາ​ອຸ​ດິດ ໃນ​ໂອ​ກາດ​ຢ້ຽມ​ຢາມ​ອີ​ຣັກ​ໂດຍ​ສອງ​ປະ​ເທດ​ໄດ້​ຫາ​ລື​ໃນ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ສືບ​ຕໍ່​ປະ​ຕິ​ບັດ​ສັນ​ຍາ​ວ່າ​ດ້ວຍ​ການ​ຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ດິບ​ຂອງ​ອົງ​ການ OPEC ແລະ​ອື່ນໆ. ຂະ​ນະ​ທີ່​ຫຼັງ​ການ​ເຈ​ລະ​ຈາ, ​ທ່ານ ລູ​ໄອ​ບີ ​ກໍ​ໄດ້​ຖະ​ແຫຼງ​ຂ່າວ​ວ່າ: ອີ​ຣັກ​ເຫັນ​ດີ​ຂໍ້​ສະ​ເໜີຂອງ​ອາ​ຣັບ​ບີ ຊາ​ອຸ​ດິດ​ທີ່ສືບ​ຕໍ່​ປະ​ຕິ​ບັດ​ສັນ​ຍາ​ວ່າ​ດ້ວຍ​ການ​ຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ດິບ​ອີກ 9 ເດືອນ.

​ທ້າຍ​ປີ 2016, ອົງ​ການ OPEC ໄດ້​ບັນ​ລຸ​ການ​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ດິບ​ກັບ 11 ປະ​ເທດ​ທີ່​ບໍ່​ແມ່ນ​ປະ​ເທດ​ຜະ​ລິດ​ນ້ຳ​ມັນດິບຂອງ​ອົງ​ການ OPEC ຄື​ຣັດ​ເຊຍ​ແລະ​ອື່ນໆ ເຊິ່ງຕາມ​ສັນ​ຍາ, ໃນ​ໄລ​ຍະ 6 ເດືອນ​ຄື​ແຕ່​ເດືອນ​ມັງ​ກອນ​ປີ 2017 ເປັນ​ຕົ້ນ​ມາ, ອົງ​ການ OPEC ໄດ້​ຫຼຸດ​ການ​ຜະ​ລິດ​ນ້ຳ​ມັນ​ດິບ 1 ລ້ານ 2 ແສນ​ບາ​​ເຣນສະ​ເລ່ຍ​ຕໍ່​ມື້, ປະ​ເທດ​ທີ່​ຜະ​ລິດ​ນ້ຳ​ມັນ​ດິບ​ຂອງ​ອົງ​ການ OPEC 11 ປະ​ເທດ​​ກໍໄດ້​ຫຼຸດ​ການ​ຜະ​ລິດ​ສະ​ເລ່ຍ 558.000 ບາ​​ເຣນ​ຕໍ່​ມື້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ