ຈີນ​ແລະ​ຣັດ​ເຊຍ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ
2017-05-23 16:51:51  cri 
ຕາມ​ຂ່າວ CRI: ທ່ານ​ຂົງ​ສວນໂຢ້ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ ຢີ​ໂກ ໂມ​ກຸ​ລົ​ຟ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ປຶກ​ສາ​ຫາ​ລື​ຢູ່ມົ​ສ​ກູ​ໃນ​ວັນ​ທີ 22 ພຶດ​ສະ​ພາ​ນີ້, ​ໂດຍ​ເນັ້ນ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ.

ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ​ຢູ່ແຫຼມ​ເກົາ​ຫຼີ​​ຫວ່າງ​ມໍ່ໆ​ມາ​ນີ້, ແລະ​ເຫັນ​ວ່າ​ຄວນ​ຍຶດ​ໝັ້ນ​ເປົ້າ​ໝາຍ​ບັນ​ລຸ​ແຫຼມ​ເກົາ​ຫຼີ​ປອດ​ອາ​ວຸດ​ນິວ​ເຄ​ຣຍ, ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ, ​ການ​ແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​ການ​ເຈ​ລະ​ຈາແລະ​ການ​ປຶກ​ສາ​ຫາ​ລື. ​ຂະ​ນະ​ດຽວ​ກັນສອງ​ຝ່າຍ​​ກໍໄດ້​ຢືນ​ຢັນ​ໃນ​ຫຼັກ​ໝັ້ນ​ທີ່​ບໍ່​ອະ​ນຸດ​ຍາດ​ໃຫ້​ ເກີດ​ສົງ​ຄາມ​ຢູ່​ແຫຼາ​ເກົາ​ຫຼີ​ແລະ​ຄັດ​ຄ້ານ​ຝ່າຍ​ໃດ​ໜຶ່ງ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ເຄັ່ງ​ຕຶງ​ຂຶ້ນ​ອີກ. ນອກ​ນີ້ສອງ​ຝ່າຍ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ມີ​ຄວາມ​ພະ​ຍາ​ຍາມ​ຢ່າງ​ແທ້​ຈິງ​ເພື່ອ​​ຫຼຸດຜ່ອນ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ແລະ​ເປີດ​ຂະ​ບວນ​ການເຈ​ລະ​ຈາ​ຄືນໃໝ່.
ສອງ​ຝ່າຍ​ຍັງ​ໄດ້​ຢ້ຳ​ຄວມ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ການ​ຕິດ​ຕັ້ງ​ລະ​ບົບ "ທັດ" ຢູ່​ສ ເກົາ​ຫຼີ​ຂອງ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ