ໄຂກອງ​ປະ​ຊຸມ​ອະ​ນາ​ໄມ​ໂລກ​ຄັ້ງ​ທີ 70
2017-05-23 16:54:28  cri 

ກອງ​ປະ​ຊຸມອະ​ນາ​ໄມ​ໂລກ​ຄັ້ງ​ທີ 70 ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ນາ​ໆ​ຊາດ​ເຊີ​ແນວ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ພຶດ​ສະ​ພາ​ນີ້, ໂດຍຜູ້ຕາງໜ້າ​​ຈາກ​ 194 ສະມາຊິກ​ຂອງ​ອົງການ​ອະນາ​ໄມ​ໂລກ​ຈະ​ສຸມ​ໃສ່​​ຫາ​ລືບັນຫາ​ຈຸດ​ສຸມ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ, ​ລວມ​ທັງການ​ເລືອກ​ຕັ້ງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຊຸດ​ໃໝ່ແລະ​ອື່ນໆ, ຂະ​ນະ​ດຽວ​ກັນ​ກໍຄາດ​ວ່າ​ໃນ​ໄລ​ຍະ 10 ວັນ​ຂອງ​ການ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​​ຮັບ​ຮອງເອົາ​ມະ​ຕິ​ແລະ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ.

ກອງ​ປະ​ຊຸມ​ເຫັນ​ວ່າ​ເນື່ອງ​ນາກທ່ານ​ນາງ​ມາກາ​ເລັດ​ຈັນ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນ​າ​ໄມ​ໂລກ​ຈະ​ໝົດ​​ວາ​ລະ​ການ​ດຳ​ລົງ​ຕຳ​ແໜ່ງ, ຂອງກອງ​ປະ​ຊຸມ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ເລືອກ​ຕັ້ງ​ຜູ້​ອຳ​ນວຍ​ການ​ໃຫຍ່​ຊຸດ​ໃໝ່​ໃນ​ຕອນ​ບ່າຍ​ວັນ​ທີ 23 ເດືອນນີ້. ນອກ​ນີ້, ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຈະ​ໄດ້​ຫາ​ລື​ໃນ​ຫົວ​ຂໍ້​ຕ່າງໆ​ຄື: ການ​ຮັບ​ມື​ສຸກ​ເສີນກັບ​ເຫດ​ການ​ຂະ​ໜາດ​ໃຫຍ່, ພິ​ຈາ​ລະ​ນາ​ແລະ​ກວດ​ກາ​ຂອບ​ປ້ອງ​ກັນ​ພະ​ຍາດ​ໄຂ້​ຫວັດໃຫຍ່​ແຜ່​ລະ​ບາດ, ແກ້​ໄຂ​ບັນ​ຫາ​ຢຸກ​ຢາ​ແລະ​ວັກ​ແຊງ​ທີ່​ຂາດເຂີນ​ຂອງ​ໂລກ​ແລະບັນ​ຫາ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ​ແລະ​ທີ່​ສຳ​ຄັນ​ຈະ​ເນັ້ນ​ສົ່ງ​ເສີມ​ສຸ​ຂະ​ພາບຂອງ​ຊາວ​ອົບ​ພະ​ຍົບ​ແລະ​ຜູ້​ຍົກ​ຍ້າຍ​​ຖິ່ນ​ຖານແລະ​ອື່ນໆ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ