6 ​ເດືອນ​ທ້າຍ​ປີ​ນີ້,ຈີນ​ຈະ​ສົ່ງ​ດາວ​ທຽມ "​ເປີ​ຍ​ໂຕ​ວ 3 " ​ແຕ່ 6 ຫາ 8 ໜ່ວຍ​
2017-05-23 17:27:38  cri 
ຕາມ​ຂ່າວສານ​ຈີນ:​ໃນ​ກອງ​ປະຊຸມ​​ວິຊາ​ການ​ນຳ​ທາງ​ດ້ວຍ​ລະບົບ​ດາວ​ທຽມ​ຈີນ​ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ​ໃນ​ວັນ​ທີ 23 ພຶດສະພາ​ນີ້,ທ່ານ​ຢານ​ເສີງ​ສີ ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ​ລະບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ຈີນ​ກ່າວ​ວ່າ,ຈີນ​ໄດ້​ເລີ່​ມດຳ​ເນີນ​ການ​ກໍ່ສ້າງ​ລະບົບ​ເປີ​ຍ​ໂຕ​ວ 3 ຢ່າງຮອບ ດ້ານ​ແລ້ວ.
ທ່ານ​ຢານ​ເສີງ​ສີ​ກ່າວ​ວ່າ,ຕາມ​ແຜນການ​ແລ້ວ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້​ຈະ​ສົ່ງ​ດາວ​ທຽມ​ແຕ່ 6 ຫາ 8 ໜ່ວຍ​​ແລະ​ຈະ​ສຳ​ເລັດ​ການ​ສົ່ງ​18 ໜ່ວຍ​ກ່ອນ​ແລະ​ຫຼັງປີ 2018 ​ເພື່ອ​​​ບໍລິການ​ໃຫ້​ແກ່​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກ່ອນໝູ່.
ທ່ານ​ເນັ້ນ​ວ່າ,ລະບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີ​ຍ​ໂຕ​ວຈະ​ກາຍ​ເປັນຄວາມ​ສາມາດການ​ບໍລິການ​ທົ່ວ​ໂລກ​ໃນ​ປີ 2020 ​ແລະຈະ​ສ້າງ​​ໃຫ້​ກາຍເປັນ​ລະບົບ​ນຳ​ທາງ​​ດ້ວຍ​ດາວ​ທຽມ​ລະດັບ​ຊັ້ນ​ນຳ​ຂອງໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ