ຜູ້​ອຳ​ນວຍ​ການ​ໃຫຍ່CRIພົບ​ປະ​ກັບ​ເອກ​ອັກ​ຄະ​ລັດ​ຖະທູດ​ອິ​ສ​ຣາ​ແອນ​ປະ​ຈຳ​ຈີນ
2017-05-24 11:04:19  cri 

ທ່ານ​ຫວາງ​ເກິ່ງ​ນຽນ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼືCRIໄດ້​ພົບ​ປະ​ກັບ​ທ່ານ​ສວິ​ໄຮ​ເຟັ​ສ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິ​ສ​ຣາ​ແອນ​ປະ​ຈຳ​ຈີນ​ຢູ່​ສຳ​ນັກ​ງານ CRI​ ນະ​ຄອນຫຼວງ​ປັກ​ກິ່ງໃນ​ວັນ​ທີ 23 ພຶດ​ສະ​ພາ​ນີ້​.

ໂອ​ກາດ​ດັ່ງ​ກ່າວ, ທ່ານ​ຫວາງ​ເກິ່ງ​ນຽນ​ຊີ້​ໃຫ້​ເຫັນ​ວ່າ ​ປັດ​ຈຸ​ບັນ, ພະ​ແນກ​ພາ​ສາຮີ​ບ​ຣູ (Hebrew)CRI​ໄດ້​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ດ້ວຍພາ​ຫະ​ນະ​ສື່ມວນ​ຊົນ​ຢ່າງຄົບ​ຊຸດ​ເປັນ​ຕົ້ນ ວິ​ທະ​ຍຸ,ເວັບ​ໄຊ​, Appໃນມື​ຖື​ແລະ​ອື່ນໆ​ໂດຍ​ມີ​ມິດ​ລາຍ​ການ​ຢູ່​ອິ​ສ​ຣາ​ແອນ​ຢ່າງຫຼວງຫຼາຍ​ ແລະ CRI ຍິນ​ດີ​ກໍ​ຍິນ​ດີ​ເປັນ​ຂົວ​ຕໍ່​​ສົ່ງ​ເສີມ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ແລະ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດໃຫ້​ແໜ້ນ​ແຟ້ນ​ຂຶ້ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສວິ​ໄຮ​ເຟັ​ສ ຢືນ​ຢັນ​ວ່າ ອິ​ສ​ຣ​າ​ແອນ​ແລະ​ຈີນ​ມີ​ອະ​ນາ​ຄົດ​ການ​ຮ່ວມ​ມື​ຢ່າງກວ້າງ​ຂວ​າງ ແລະ​ອິ​ສ​ຣາ​ແອນ​ຫວັງເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ CRI ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສົ່ງ​ເສີມ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ