ຟີ​ລິບ​ປິນ​ປະ​ກາດ​ກົດ​ໄອ​ຍະ​ການ​ເສິກ
2017-05-24 11:09:57  cri 
ສື່ມວນ​ຊົນ​ຟີ​ລິບ​ປິນ​ລາຍ​ງານ​ວ່າ: ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ຣັດ​ເຊຍ ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 23 ພຶດ​ສະ​ພາ​ນີ້​ວ່າ: ຈະ​ປະກາດ​ກົດ​ໄອ​ຍະ​ການເສິກ​ເປັນ​ເວ​ລາ 60 ວັນ​ຢູ່​ເກາະ​ມິນ​ດາ​ນາວ​ແລະ​ແຫ່ງ​ອື່ນໆ​​ຢູ່​ພາກ​ໃຕ້​ປະ​ເທດ​ຕົນ​​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້ທະ​ຫານ,ຕຳຫຼວດ​ຂອງ​ລັດ​ຖະ​ບານ​ສາ​ມາດ​ຄວບ​ຄຸມ​ແລະ​ປາບ​ປາມ​ກຸ່ມ​ຣັກ​ຕັກ​ມາວ​ເຕ​ແລະ​ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ​ອື່ນໆ​ທີ່​ຢູ່​ເກາະ​ມິນ​ດາ​ນາວ​ໃນ​ປັດ​ຈຸ​ບັນ. ຂະ​ນະ​ທີ່​ທ່ານອາ​ເລັນ​ປີ​ເຕີ​ຄາ​ເຢ​ຕາ​ໂນ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ຢືນ​ຢັນ​ວ່າ ທ່ານ​ດູ​ເຕີ​ເຕ​ທີ່​ຫາ​ກໍ່​ເດີນ​ທາງ​ເຖິງ​ຣັດ​ເຊຍ​ນັ້ນ​ຈະ​ຫຼຸດ​ເວ​ລາ​ການ​ຢ້ຽມ​ຢາມ​ລົງ​ເພື່ອ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ວັນ​ທີ 23 ພຶດ​ສະ​ພາ​ນີ້, ກອງ​ທັບ​ແລະ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຟີ​ລິບ​ປິນ​ໄດ້ປະ​ທະກັບ​ກຸ່ມ​​ປະ​ກອບ​ອາ​ວຸດຣັກ​ຕັກ​ມາວ​ເຕ​​ແລະ​ກຸ່ມ​ປະ​ກອບ​ອາ​ວຸດ​ອາ​ບູ​ຊາ​ຢັບ​ຢູ່​ເມືອງ​ມາ​ລາ​ວີ​ເກາະ​ມິນ​ດາ​ນາວ ເຊິ່ງ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໜຶ່ງ​ຄົນ​​ຂະ​ນະ​ທີ່​ທະ​ຫານ​ສອງ​ຄົນ​ເສຍ​ຊີ​ວິດ​ແລະອີກ 12 ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ