ນາ​ຍົກ​ອັງ​ກິດ​ປະ​ນາມ​ເຫດໂຈມ​ຕີ​ແບບ​ກໍ່​ການ​ຮ້າຍຢູ່​ເມືອງແມນ​ເຊ​ສ​ເຕີ
2017-05-24 10:41:26  cri 
ວັນ​ທີ 23 ພຶດ​ສະ​ພາ​ນີ້, ທ່ານນາງ ເທ​ເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ກ່າວ​ປະ​ນາມ​ເຫດ​ໂຈມ​ຕີ​ກໍ່​ການ​ຮ້າຍ​ແບບ​ສະ​ຫຼະ​ຊີບ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ແມນ​ເຊ​ສ​ເຕີໃນ​ຕອນ​ຄ່ຳ​ວັນ​ທີ 22 ພຶດ​ສະ​ພາ​ນີ້ ​ໂດຍ​ໄດ້ເຮັດ​ໃຫ້ທົ່ວ​ສັງ​ຄົມຕົກ​ໃຈ. ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອັງ​ກິດ​​ກໍໄດ້​ປະ​ກາດ​ວ່າ​ສາ​ມາດ​ຈັບ​​ຜູ້​ຕ້ອງ​ສົງ​ໄສ​ຜູ້​ໜຶ່ງທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຫດ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດັ່ງ​ກ່າວ.

ທ່ານນາງ ເທ​ເຣ​ຊາ ເມ ໄດ້​​ຮຽກ​ປະ​ຊຸມ​ສຸກ​ເສີນ​ຢູ່​ນະ​ຄອນ​ຫຼວງ​ລອນດອນ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ ແລະ ຫຼັງ​ກອງ​ປະ​ຊຸມໄດ້​ກ່າວວ່າ: ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ແລະ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ອັງ​ກິດ​ສາ​ມາດ​ຮູ້ອັດ​ຕະ​ລັກ​ຂອງ​ຜູ້​ກໍ່​ເຫດ​ໂຈມ​ຕີ​ແລ້ວ, ແຕ່​ເພື່ອ​ຮັບ​ປະ​ກັນ​​ໃຫ້​ແກ່​ການ​ສືບ​ສວນ​​ໃນ​ກໍ​ລະ​ນີ​ທີ່​ວ່າ​ຜູ້​ໂຈມ​ຕີ​ມີ​ກຸ່ມ​ດຽວ​ຫຼື​ບໍ່​ນັ້ນ ກໍ​ຈະ​ບໍ່​ເປີດ​ເຜີຍ​ຂໍ້​ມູນ​ຂອງ​ຜູ້​ໂຈມ​ຕີ​.

ຫຼັງ​ຈາກທ່ານນາງ ເທ​ເຣ​ຊາ ເມ ປາ​ໄສ​ແລະ​ໃນ​ເວ​ລາ​ຕໍ່​ມາ,ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ເມືອງ​ແມນ​ເຊ​ສ​ເຕີກໍ​ໄດ້​ປະ​ກາດ​ວ່າ: ​ສາ​ມາດ​ຈັບຜູ້​ຕ້ອງ​ສົງ​ໄສ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​​ເຫດ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຄັ້ງ​ນີ້​ໄດ້​ແລ້ວ ​ໂດຍ​ຜູ້​ຕ້ອງ​ສົງ​ໄສ​ ​ແມ່ນ​ຜູ້​ຊາຍອາ​ຍຸ 23 ປີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ