ຈີນ,ລາວ,ມຽນ​ມາ​ແລະ​ໄທ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​​ຮ່ວມຢູ່​ຕາມ​ ແມ່​ນ້ຳ​ຂອງຄັ້ງ​ທີ 58
2017-05-24 16:22:32  cri 
ການ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍຮ່ວມລະ​ຫວ່າງ​ຈີນ,ລາວ,ມຽນ​ມາ​ແລະ​ໄທຢູ່​ຕາມ​ແມ່​ນ້ຳ​ຂອງ​​ຄັ້ງ​ທີ 58 ​​ໄດ້​ເລີ່ມ​ຂຶ້ນ​ຢູ່​ທ່າ​ກຳ​ປັ່ນ​ກ່ວນ​ເຫຼີຍ​ ​ແຂວງ​ຢຸນ​ນານ​ຈີນ​ໃນ​ວັນ​ທີ 23 ພຶດ​ສະ​ພາ​ນີ້.

ການ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ຄັ້ງ​ນີ້, ຈີນ,ລາວ​ແລະ​ມຽນ​ມາ​ໄດ້​ສົ່ງ​ກຳ​ປັ່ນ​ລາດ​ຕະ​ເວນ​ແລະ​ຜູ້​ປະ​ຕິ​ບັດ​ກົດ​ໝາຍ​​ອອກ​ເດີນ​ທາງ​ຈາກ​ທ່າ​ກຳ​ປັ່ນ​ກ່ວນ​ເຫຼີຍ​ຂອງ​ຈີນ,ເມືອງເມິງຂອງ​ລາວ​ແລະ​ທ່າ​ກຳ​ປັ່ນ​ວານ​​ປັງ​ຂອງ​ມຽນ​ມາ.

ປັດ​ຈຸ​ບັນ, ການ​ລາດ​ຕະ​ເວນ​ຮ່ວມ​ລະ​ຫວ່າງ​ຈີນ,ລາວ,ມຽນ​ມາ​ແລະ​ໄທ​ໄດ້​ດຳ​ເນີນ​ເດືອນ​ລະ​ເທື່ອ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ແມ່​ນ້ຳ​ຂອງ​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ