ຕາມຂ່າວ CRI: ລະຫວ່າງດຳເນີນກອງປະຊຸມອະນາໄມໂລກຄັ້ງທີ 70 ໃນວັນທີ 23 ພຶດສະພານີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ເປັນເອກະພາບກັນເລືອກທ່ານແທັດຣົສ ອາດາໂນມ ຈາກປະເທດເອທີໂອປີເປັນຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຄົນໃໝ່, ແລະເປັນຄົນທຳອິດທີ່ມາຈາກທະວີບອາຟຣິກາຫຼັງອົງການດັ່ງກ່າວສ້າງຕັ້ງຂຶ້ນເມື່ອປີ 1948 ເປັນຕົ້ນມາ.
ຫຼັງເລືອກຕັ້ງ, ທ່ານອາດາໂນມກໍໄດ້ລົງນາມຮັບເອົາການດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຄົນໃໝ່. ທັງໄດ້ໃຫ້ຄຳໝັ້ນສັນຍາຈະສ້າງການພົວພັນຄູ່ຮ່ວມມືທີ່ມີປະສິດທິພາບແລະກົນໄກວຽກງານທີປອດໃສ, ເພື່ອເລັ່ງໃສ່ກຸ່ມຄົນແລະເຂດທີ່ອ່ອນແອທີ່ສຸດໃນໂລກ, ທັງຈະນຳພາອົງການອະນາໄມໂລກສ້າງຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.
ທ່ານນາງມາກາເລັດຈັນ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກທີ່ຈະໝົດວາລະການດຳລົງຕຳແໜ່ງໃນວັນທີ 30 ມິຖຸນາເດືອນໜ້າ, ແລະຈາກນີ້ທ່ານອາດາໂນມຈະຂຶ້ນດຳລົງຕຳແໜ່ງໃນວັນທີ 1 ກໍລະກົດປີນີ້.