ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ອະ​ນາ​ໄມ​ໂລກ​​ເປັນ​ຄົນ​ທະ​ວີບ​ອາ​ຟ​ຣິ​ກາ
2017-05-24 16:06:08  cri 

ຕາມ​ຂ່າວ CRI: ​ລະ​ຫວ່າງ​ດຳ​ເນີນ​ກອງ​ປະ​ຊຸມ​ອະ​ນ​າ​ໄມ​ໂລກ​ຄັ້ງ​ທີ 70 ​ໃນ​ວັນ​ທີ 23 ພຶດ​ສະ​ພາ​ນີ້, ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ເລືອກທ່ານ​ແທັດ​ຣົ​ສ ​ອາ​ດາ​ໂນມ ຈາກ​ປະ​ເທດ​ເອ​ທີ​ໂອ​​ປີ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນ​າ​ໄມ​ໂລກ​ຄົນ​ໃໝ່, ແລະ​​ເປັນ​ຄົນ​ທຳ​ອິດ​ທີ່​ມາ​ຈາກ​ທະ​ວີບ​ອາ​ຟ​ຣິ​ກາ​ຫຼັງອົງ​ການ​ດັ່ງ​ກ່າວ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1948 ​ເປັນ​ຕົ້ນ​ມາ.

​ຫຼັງ​ເລືອກ​ຕັ້ງ, ທ່ານອາ​ດາ​ໂນມ​​ກໍໄດ້​ລົງ​ນາມ​​ຮັບ​ເອົາ​ການດຳ​ລົງ​ຕຳ​ແໜ່ງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຄົນ​ໃໝ່. ​ທັງ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ພາບ​ແລະ​ກົນ​ໄກວຽກ​ງານ​ທີ​ປອດ​ໃສ, ເພື່ອ​​ເລັ່ງ​ໃສ່​ກຸ່ມ​ຄົນ​ແລະ​ເຂດ​ທີ່​ອ່ອນ​ແອ​ທີ່​ສຸດ​ໃນ​ໂລກ, ​ທັງ​ຈະນຳ​ພາ​ອົງ​ການ​ອະ​ນາ​ໄມ​ໂລກ​ສ້າງ​ຜົນ​ງານ​ໃໝ່​ໃຫຍ່​ຫຼວງກວ່າ​ເກົ່າ.


ທ່ານ​ນາງ​ມາກາ​ເລັດ​ຈັນ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນ​າ​ໄມ​ໂລກ​ທີ່​ຈະ​ໝົດ​​ວາ​ລະ​ການ​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 30 ມິ​ຖຸ​ນາ​ເດືອນ​ໜ້າ, ​ແລະ​ຈາກ​ນີ້ທ່ານ​ອາ​ດາໂນມ​ຈະ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 1 ກໍ​ລະ​ກົດ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ