ຍົນ​​ໂດຍສານ​​ໃຫຍ່ C919 ທີ່​ຈີນ​ຜະລິດ​ຈະ​ວາງສະ​ແດງໃນ​​ມະຫະກຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຄັ້ງ​ທີ 20
2017-05-24 15:44:56  cri 
ມະຫະກຳ​ອຸດສາຫະກຳ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສາກົນປັກ​ກິ່ງ​ປະ​ເທດ​ຈີນ​ຄັ້ງ​ທີ 20 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງປັກ​ກິ່ງ​ແຕ່​ວັນ​ທີ 8 ຫາ​ທີ 10 ມິຖຸນາ​ໜ້າ​ນີ້ຈະ​ນຳ​ເອົາຜົນສຳ​ເລັດ​​ດ້ານ​ເຕັກ​​ໂນ​ໂລ​ຊີ​ສຳຄັນ​ລະດັບ​ຊາດ​ແລະ​ຜະລິດ​ຕະພັນ​ອຸດສາຫະກຳ​ກ້າວ​ໜ້າໃໝ່​ຈຳນວນ​ໜຶ່ງ​ເປັນ​ຕົ້ນ​ຍົນ​​ໂດຍສານໃຫຍ່ C919 ,ຍານອະວະກາ​ດ​ທຽນ​ກົ່ງ 2 ​ແລະ​ຍານ​ຈຳລອງ VR ມາ​ວາງສະ​ແດງ​.
​ມະຫະກຳ​ຄັ້ງ​ນີ້​ມີ​ຫົວ​ຂໍ້ຫຼັກວ່າ "ນຳ​ພາ​ດ້ວຍ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​​ເຊື່ອມ​ໂຍງ​ການ​ປະດິດ​ສ້າງ​ໃໝ່"​ໂດຍ​ຈະ​ຈັດ​ສັນ​ໃຫ້​ມີ​ເຂດ​ວາງສະ​ແດງ 13 ​ເຂດຂະນະ​ດຽວກັນ​ກໍ​ຈະ​ຈັບ​ຄູ່​ການຄ້າ 13 ​ເທື່ອ​ແລະ​ເວທີ​ປຶກສາ​ຫາລື 7 ​ເທື່ອ​ເຊິ່ງມາ​ຮອດ​ປັດຈຸບັນ,ທຸກ ກິດຈະ ກຳ​ຂອງ​ມະຫະກຳດັ່ງກ່າວ​ໄດ້​ກຽມພ້ອມ​ແລ້ວ 100%.,
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ