ຍານ​ດຳ​ນ້ຳ​ບັນທຸກ​ຄົນ "ຈຽວ​ຫຼົງ"ສຳ​ເລັດ​ການ​ລົງສູ່ບ່ອນເລິກສຸດໃນໂລກ
2017-05-24 16:40:11  cri 
ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ:ເວລາ 15 ໂມງ 59 ນາທີຂອງວັນທີ 23 ພຶດສະພານີ້ ຕາມເວລາທ້ອງຖິ່ນ,ຍານດຳນ້ຳບັນທຸກຄົນ "ຈຽວຫຼົງ"ໄດ້ສຳເລັດການປະຕິບັດ​ໜ້າ​ທີ່​ເປັນ​ຄັ້ງທຳ ອິດຂັ້ນ​ຕອນ​ທີ 3 ເທື່ອທີ 38 ຢູ່ມະຫາສະໝຸດຫຼືການລົງສູ່ນ້ຳຄັ້ງທີ 143 ​ເຊິ່ງ​ເປັນການດຳນ້ຳ ດ້ານວິສະວະກຳ​​ໂດຍ​ເລັງ​ໃສ່ບໍລິ​ເວນ​ສຳ​ຫຼວດຢູ່​ເບື້ອງ​ເໜືອ​ຮ່ອງ​ທະ​ເລ​ມາຣີອານາ​ທີ່​ເປັນ​ບ່ອນ​ເລິກ​ສຸດ​ໃນ​ໂລກ​ໂດຍນັກ​ດຳ​ນ້ຳ​​ຢູ່​ໃນ​ນ້ຳ​ເກືອບ 9 ຊົ່ວ​ໂມງ​ແລະ​​ໄດ້​ເຮັດ​ວຽກ​ໃຕ້​ທະ​ເລ 3 ​ຊົ່ວ​ໂມງ 11 ນາທີ​ແລະ​ດຳລົງ​ສູ່​ບ່ອນ​ເລິກ​ສຸດ 4811 ​ແມັດ.
ທ່ານ​ເສີນ​ຊິນ​ຮວາ ຫົວໜ້ານັກວິ​ທະຍາ​ສາດສຳລັບ​ຂັ້ນ​ຕອນ​ນີ້​ກ່າວ​ວ່າ,ຕົວຢ່າງ​ຫີນທີ່​ເກັບ​ມາ​ໄດ້​ຈາກ​ການ​ດຳ​ນ້ຳ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ສຶກສາ​ຄົ້ນຄວ້າ​ສາ​ເຫດ​ໃນ​ການ​ກໍ່​ຕົວ​ແລະ​ວິວັດທະນາ​ການ​ຂອງ​ຮ່ອງ​ທະ​ເລ​ມາຣີອານາ.ຂະນະ​ດຽວ​ກັນ​ຕົວຢ່າງ​ຊີວະ​ຊາດ​ທີ່​ເກັບ​ກຳ​ໄດ້​ກໍ​ມີ​ຄຸນຄ່າ​ສຳຄັນ​ຕໍ່​ການ​ສຶກສາ​ຄົ້ນຄວ້າ​ຊີວະ​ນານາ​ພັນ​ນ້ຳ​ເລິກ,ລະບົບ​ນິ​ເວດ​ວິທະຍາ​ແລະ​ພູ​ມສາດ​ຊີວະ​ຊາດ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ